วันจันทร์ที่ 21 เมษายน พ.ศ. 2551

ດອກລີ(ລາວ)ດີ

ໂດຍ: ລູກຊາວດອນ
ດອກຈໍາປາຄູນຄ່າລໍ້າ............................................ເມືອ​ງລາວ
ລັ່ນທົມໄທຍ໌ເຂົາກ່າວຮຽກອ້າງຂນານາມ.......................ເດີມດາ
ດຽວນີ້ປ່ຽນເປັນລີລາວະດີແອບອ້າງ............................ສງວນພັນ
ແຕ່ບໍ່ໜີຈາກເຊື້ອແຖວຖັນ ລີ(ລາວ)ດີ ລໍ້າຄູ່ລາວລ້ວນ.....ດັ່ງເດີມ

ອັມມະຕະຕອບ ລູກຊາວດອນ

ດວງຈຳປາ ຄຽງຄູ່.....................ເມືອງລາວ
ຍ້ອນວ່າເຮົາ ຖນອມແພງ.............ຮັກຍິ່ງ
ເຖິງໄທເຂົາ ຫວັງແກ້ງ................ທຳລາຍ
ປ່ຽນຊື່ໃໝ່ ມ່ວນຈິງ....................ເລີດລ້ຳ

ຫວັງອວດອ້າງ ໃຫ້ໂລກ..............ຮັບຮູ້
ລີລາວະດີ ນັ້ນຄູ່.......................ເມືອງໄທ
ປະກາສສູ່ ໂລກກ້ວາງ................ໂລກາ
ລີລາວະດີ ຄູ່ໄທ.......................ມານານ

ແຕ່ລາວເຮົາ ຢ່າຫວັ່ນ................ໃຈນ້ອຍ
ຈຳປາຂ້ອຍ ຍັງຢູ່......................ຄູ່ລາວ
ເປັນມາລາ ດວງນ້ອຍ.................ຄູ່ໃຈ
ບໍ່ມີໃດ ລື່ນເຈົ້າ.........................ຈຳປາ

ไม่มีความคิดเห็น: