วันศุกร์, เมษายน 25, 2008

ຈະເປັນພຣະຫຼືເປັນແພະ

ເປັນພຣະຄັນວ່າໃຈບໍ່ທ່ຽງໝັ້ນ........................ຈັກເປັນແພະໃນທັນທີ
ຄັນເປັນພຣະບໍ່ຈັກແກະ....................................ກິເລສເຜົາສຸມຖິ້ມ
ໃຈບໍ່ຄົງສະຖຽນໝັ້ນ........................................ສະເໝີເສົາສຸເມຣາຊ
ກໍຈັກກາຍເປັນກ້ອນເສົ້າ...................................ໃຫ້ເຂົາຄ້າງໝໍ້ດັງໄຟ
- ຄັນເປັນພຣະປະເສີດລໍ້າ................................ມີມວນມາກອັກໂຂ
ພຣະເປັນພຣະຄົນເປັນພຣະ...............................ມາກມາຍຫຼາຍລົ້ນ
ກຸສົນທັມທາງທັມມີໄວ້.......................................ໃຫ້ຄົນເປັນພຣະທີ່ປະເສີດ
ອະກຸສົນບາບໃບ້.............................................ທຳໃຈເສົ້າຊົ່ວຊາມ
- ພຣະຄືພຣະມາກລົ້ນ......................................ເຫຼືອຫຼາກຄະນານັບ
ເຮັດດ້ວຍດິນເຜົາຊີມັງຫີນ...................................ກົ່ວຊືນທອງທອງຄຳໄມ້
ຄົນກໍສົນໃຈໄຫວ້.............................................ສັດທາຈິງທາງຊອບ
ເປັນພຣະຄົນເນົາອາວາດສ້າງ..............................ທຳໃຈແຈ້ງກໍມາກມາຍ
- ໃຜເປັນພຣະພຣະແມ່ນໃຜ................................ທ່ານອາດຮູ້ສອດສ່ອງສໍຣະຍານ
ໃຜມີທັມທັມຢູ່ກັບໃຜ...........................................ອວດກັນບໍ່ມີໄດ້
ປາກກັບໃຈກາຍນີ້.............................................ເໝືອນກັນບໍ່ແຕກຕ່າງ
ໃຜຜູ້ເຫັນຫ່ອມເລື້ອງ..........................................ຈະເຣີນຂຶ້ນບໍ່ເສື່ອມຖອຍ
- ຈິດໃຈຄົງທ່ຽງໝັ້ນ...........................................ຮຽກວ່າພຣະທາງວຸດທິ(ວຸດທິພາວະ)
ມີທັມທຽມຖະໜອມຮັກ...........................................ເປັນພຣະຈິງປັນຍາກວ້າງ
ມີພຣົມມະວະຫາຣະທັມພ້ອມ....................................ຄຸນະທັມສູງສົ່ງ
ອັນນີ້ເປັນພຣະແທ້................................................ພຸດໂທເຈົ້າຍົກສູງ
- ພຣະຕ້ອງເປັນຜູ້ເດີນອອກໜ້າ...............................ຊີ້ມັກ-ນຳທາງຜົລ
ຊີ້ເສັ້ນທາງແຖວສະຫວັນ........................................ໃຫ້ໝູ່ຄົນຫຼຸດພົ້ນ(ຫຼຸດຈາກຄວາມທຸກກາຍທຸກໃຈ ບໍ່ແມ່ນເພີ່ມ)
ໃຜຜູ້ນຳຄົນລ້ວນ.................................................ຫຼົງທາງບາບຈັກແກ່
ໝໍ້ນະຣົກເປີດປະຕູໄວ້...........................................ຄອງຕົ້ມພຣະບໍ່ຈິງ ທ່ານເອີຍ

ພຣະຕ້ອງເດີນທາງສາຍການ(ມັດຊິມະປະຕິປະທາ) ຄືຮູ້ຈັກສ້າງ, ຮູ້ຈັກສາ, ຮູ້ຈັກກ່າວ, ຮູ້ຈັກແກ້, ຮູ້ຈັກສູ້, ຮູ້ຈັກຖອຍ, ຮູ້ຮອບທິດ ຊີວິດພຣະສົມບູນ ຄົນດາຍກໍເປັນພຣະໄດ້.

ມີເຣື່ອງຕະຫຼົກພົກໃສ່ຖົງມາຕ້ອນ (ເອົາໄປຢອກຜູ້ສາວ)

ມີເຣື່ອງຕະຫຼົກພົກໃສ່ຖົງມາຕ້ອນ (ເອົາໄປຢອກຜູ້ສາວ)
9 ທ່ານໄດ້ໃຫ້ຄະແນນ: 4.00

ມີເຣື່ອງຕະຫຼົກພົກໃສ່ຖົງມາຕ້ອນ (ເອົາໄປຢອກຜູ້ສາວ) ຜຂ ບໍ່ມີໂອກາດ ເອົາໄປລອງເບິ່ງດຸ໊ ໄດ້ຜົນຈັ່ງໃດບອກແນ່
ເຣິ່ມເລີຍ !
(໑)
ຊ: ເອ່….! ເຈີ້ນ້ອງແລ້ວ ຢ່າຍິ້ມແບບນີ້ຕິ, ຈັກໜ່ອຍພາໄປ “ຮົບ” ດອກ.
ຍ: ພາໄປ “ຮົບ” ແບບໃດລະ.
ຊ: ຮົບແຮກພັກ ນັ້ນຕິລະ ຮືໆໆ.
ຍ: ບ້າ(ຄິດໃນໃຈ…..ອ້າຍຜີບ້າ).

(໒)
ຊ. ຖ້າຄິດເຖິງນ້ອງແລ້ວນາທີລະ ໓໐໐ ກີບ ເຮົາຄົງເປັນເສດຖີໜໍ
ຍ. ມັນຊິເປັນຖີໄດ້ຈັ່ງໃດນາທີລະ ໓໐໐ ກີບ.
ຊ. ເບິ່ງບໍຣິສັດລາວທຸຣະຄົມຕີລະ ມີແຕ່ຜູ້ຣວຍ.

(໓)
ຊ: ໝົດຊີວິດອ້າຍຂໍມອບໃຫ້ນ້ອງໝົດທຸກຢ່າງ ເພາະຕົວຂອງນ້ອງມັນໄດ້ມານັ່ງໃນຫົວໃຈອ້າຍໝົດແລ້ວ.
ຍ: ແລ້ວຫົວໃຈອ້າຍເຮັດດ້ວຍຊີມັງບໍ ຫຼືວ່າເຮັດດ້ວຍໄມ້ ນ້ອງມັກເຮືອນໄມ້ດູ່ໄດ໊.

(໔)
ຊ: ນ້ອງຮູ້ບໍວ່າຕຳຫຼວດຕາມຫານ້ອນຕັ້ງແຕ່ເຊົ້າພຸ້ນ.
ຍ: ຮູ້ບໍວ່າເຂົາຕາມຫານ້ອງເຮັດຫຍັງ ?
ຊ: ອ້າຍຮູ້ວ່າຂໍ້ຫາລັກຂະໂມຍ.
ຍ: ລັກຂະໂມຍອັນໃດຂອງໃຜ.
ຊ: ອ້າຍໄປແຈ້ງຄວາມໄວ້ວ່າ “ນ້ອງລັກຫົວໃຈຂອງອ້າຍໄປໝົດທັງ ໔ ຫ້ອງເລີຍ”

(໕)
ແກ້ວ: “ອໍ” ຂໍເບິ່ງບັດປະຊາຊົນຈັກໜ່ອຍຕິ
ອໍຣະດີ: ຈຳເບິ່ງເຮັດຫຍັງ ?
ແກ້ວ: ຈະເບິ່ງວ່າ ເປັນນາງອໍຣະດີ ຫຼືວ່ານາງຟ້າມາຈາກສະຫວັນ.
ອໍ: ອົ້ວະ………….
ແກ້ວ: ເປັນຫຍັງຈຶ່ງອົ້ວະລະ.
ອໍ: ຂີ້ດຽດ.

(໖)
ຊ: ຢູ່ໃກເຈົ້າແລ້ວ ເງີຍຄໍບໍ່ຂຶ້ນເລີຍ.
ຍ: ເປັນຫຍັງລະ
ຊ: ກໍຫຼົງຮັກເຈົ້າຈົນໂງກໍບໍ່ຂຶ້ນແລ້ວນີ້…………ໜັກໃ

(໗).
ຍ: ນິໄສໃຊ້ບໍ່ໄດ້ເລີຍ
ຊ: ຈັກໜ່ອຍກໍເຈີະດອກ
ຍ: ເຈິະຫຍັງ ?
ຊ: ເຈິະ…………..ຈຸ໊ບ ຈູບ

(໘)
ຊ: ວັນນີ້ຈັງແມ່ນທ້ອງຟ້າແຄບແທ້ເນາະ
ຍ: ເປັນຫຍັງລະ
ຊ: ກໍຂຽນຄຳວ່າຮັກເຈົ້າ ຍັງບໍ່ພໍເລີຍ.

(໙)
ຊ: ພາສາອັງກິດນີ້ ບໍ່ດີຄືພາສາລາວ.
ຍ: ບໍ່ດີຈັ່ງໃດລະ.
ຊ: ກໍມັນໃຫ້ໄອ(I)ກັບຢູ(U)ຫ່າງໄກກັນ (ຂ້ອຍຮັກເຈົ້າ)-(I LOVE YOU)
ຍ: ບ້າ

(໑໐)
ສອນ: ເຫັນຟ້າແລ້ວຈັ່ງແມ່ນຢາກ
ຟ້າ: ຢາກຫຍັງບອກມາດຽວນີ້(ເວົ້າເພີະ)
ສອນ: ຢາກບອກວ່າ “ຟ້າງາມເໝືອນນາງຟ້າແທ້ໆ
ຟ້າ: ບ້າ(………………………….)

ຜູ້ຂຽນ: ha
ເມື່ອວັນທີ່: 27/2/08 21:19
ຈາກ: ວຽງຈັນ
ອາຊີບ: ຫວ່າງງານກໍໄດ້
ງານອະດີເລກ: ຂຽນກອນ ອ່ານໜັງສື ທ່ອງທ່ຽວຫາຄົນເຊື້ອຊາດລາວ

RE: ມີເຣື່ອງຕະຫຼົກພົກໃສ່ຖົງມາຕ້ອນ (ເອົາໄປຢອກຜູ້ສາວ) buk khouay [27/2/08 22:41]
RE: ມີເຣື່ອງຕະຫຼົກພົກໃສ່ຖົງມາຕ້ອນ (ເອົາໄປຢອກຜູ້ສາວ) ຫຳນ້ອຍ [27/2/08 23:08]
ເຖິງ: ha
5555555 ຄັກ ໆ .,,ມີແຕ່ແນວເປັນຕາເອົາໄປໃຊ້ ຂ້ານ້ອຍຈະເອົາໄປໃຊ້ເບິ່ງເດີ.
ຖືເປັນຄາຖາຈີບສາວເລີຍ

[ຄວາມເຫັນ] [ແຈ້ງລຶບ] [ແຈ້ງຫ້າມບຸກຄົນນີ້]

RE: ມີເຣື່ອງຕະຫຼົກພົກໃສ່ຖົງມາຕ້ອນ (ເອົາໄປຢອກຜູ້ສາວ) Hanuman [27/2/08 23:20]
ເຖິງ: ຫຳນ້ອຍ
ນີ້ແລ້ວເພິ່ນວ່າ ນັກການທູດລີ້ນກ່ານ ຕົກນ້ຳບໍ່ໄຫລຕົກໄຟບໍ່ໄຫມ້ ຖ້າປະຕິບັດໄດ້ ລັບລອງໄດ້ເມັຍເປັນຮ້ອຍ !
[ຄວາມເຫັນ] [ແຈ້ງລຶບ] [ແຈ້ງຫ້າມບຸກຄົນນີ້]

RE: ມີເຣື່ອງຕະຫຼົກພົກໃສ່ຖົງມາຕ້ອນ (ເອົາໄປຢອກຜູ້ສາວ) Ting20 [28/2/08 9:45]
ເຖິງ: ha

ສະບາຍດີ ແຮ່ໆໆໆ ທັງຕະຫລົກ ທັງຄັກ ເລີຍລະ ອິອິອິ ໂອ້ຍນໍ່ລະຊິມີໃຜມາເວົ້າກັບເຮົາແບບນີ້ບໍ່ແດ່ ອິອິອິ ມັກຄຳທີ່ວ່າ ຟ້າຄືມາແຄບແທ້ເດ້ ຂຽນຄຳວ່າຮັກເຈົ້າກະຍັງບໍ່ພໍເລີຍ ຢາກໃຫ້ມີຄົນມາຂຽນບອກວ່າຮັກເຮົາກໍ໋ຄົງຈະດີ ອິອິອິ
ນັບຖື ຮັກນ້ອງບໍ່ອພງດອກ55555555555
[ຄວາມເຫັນ] [ແຈ້ງລຶບ] [ແຈ້ງຫ້າມບຸກຄົນນີ້]

RE: ມີເຣື່ອງຕະຫຼົກພົກໃສ່ຖົງມາຕ້ອນ (ເອົາໄປຢອກຜູ້ສາວ) ເຜິ້ງທອງ [28/2/08 14:51]
ເຖິງ: ha
ເຮັດແນວໃດ ຈະບໍ່ໃຫ້ I ກັບ U ຢູ່ຫ່າງກັນ

ມັກນິທານເຈົ້າໝົດທຸກເລື່ອງເລີຍ,
ຂອບໃຈທີ່ເຮັດໃຫ້ຫາຍເຫງົາໄດ້
ເຜິ້ງນ້ອຍ
[ຄວາມເຫັນ] [ແຈ້ງລຶບ] [ແຈ້ງຫ້າມບຸກຄົນນີ້]

RE: ມີເຣື່ອງຕະຫຼົກພົກໃສ່ຖົງມາຕ້ອນ (ເອົາໄປຢອກຜູ້ສາວ) ha [28/2/08 14:57]
ເຖິງ: ເຜິ້ງທອງ
ດີຫຼາຍເຮັດໃຫ້ຫາຍເຫງົາໄດ້ນັບວ່າໄດ້ບຸນຍິ່ງ.

ບໍ່ໄດ໊

ບໍ່ໄດ໊
2 ທ່ານໄດ້ໃຫ້ຄະແນນ: 5.00

ນັກສຶກສາລາວໄປຮຽນທີ່ປະເທດຫວຽດນາມ ວັນນັ້ນຮຽນວິຊາປະຫວັດສາດ ພໍດີອາຈານປະຫວັດສາດຖາມນັກຮຽນ ວ່າ "ກະສັດອົງສຸດທ້າຍຂອງຫວຽດນາມຊື່ຫຍັງ ?" ນັກຮຽນທັງຫ້ອງຕ່າງກໍບໍ່ມີໃຜຮູ້ ອາຈານເລີຍຊີ້ມືໃສ່ນັກສຶກສາລາວຄົນໜຶ່ງທີ່ໄປຈາກລາວໃໝ່ໆ ພາສາຫວຽດກໍບໍ່ທັນຮູ້ ແຕ່ຈຳໃຈລຸກຂຶ້ນຕອບ ອອກເປັນສຽງທາງເໜືອວ່າ
- ນສສ.ລາວ = ບໍ່ໄດ໊
- ອຈ. = ໄດ້ຟັງແລ້ວກໍຕອບວ່າ ຖືກຕ້ອງ (ກະສັດອົງສຸດທ້າຍຂອງຫວຽດນາມຊື່ ເບົ໊າດ້າຍ" ເກ່ງຫຼາຍ.

ຜູ້ຂຽນ: ha
ເມື່ອວັນທີ່: 28/2/08 14:53
ຈາກ: ວຽງຈັນ
ອາຊີບ: ຫວ່າງງານກໍໄດ້
ງານອະດີເລກ: ຂຽນກອນ ອ່ານໜັງສື ທ່ອງທ່ຽວຫາຄົນເຊື້ອຊາດລາວ


[ຄວາມເຫັນ] [ແຈ້ງລຶບ] [ແຈ້ງຫ້າມບຸກຄົນນີ້]



[Top] ໃຫ້ຄະແນນ 5 ສຳລັບບົດເລື່ອງນີ້

RE: ບໍ່ໄດ໊ buk khouay [28/2/08 16:32]
ເຖິງ: ha
ແມ່ນແລ້ວດັ່ງທີ່ອາຈານໄດ້ເວົ້ານຳຄໍລັມ ພາສາ ນັ້ນລ^ະຄົນໄທດຳຈະອອກສຳນຽງບໍ່ວ່າເບົ່າໄດ້555555ນັບຖືຂ້ານອ້ຍ
[ຄວາມເຫັນ] [ແຈ້ງລຶບ] [ແຈ້ງຫ້າມບຸກຄົນນີ້]

RE: ບໍ່ໄດ໊ ha [28/2/08 16:46]
ເຖິງ: buk khouay
ຂັ້ນວ່າບໍ່ຮູ້ໄດເນາະ ບໍ່ວ່າ ບໍ່ໄດ້ ກະຍັງວ່າຖືກ ພາສາຊ່ວຍຄົນແທ້ໆເນາະ ແມ່ນບໍລະ (ເບົ໋າໄດ໊) ສຽງບໍ ເປັນ ເບົ໋າ, ສຽງໄດ້ ເປັນ ໄດ໊ ຄ້າຍໆໄປທາງ ໄຫຼ໊. ບໍ່ວ່າຈະເປັນໄທດຳ ຫຼືໄທແດງ ໄທ ຂາວ ໄທລື້ ອອກສຽງຄ້າຍໆກັນ 5555555555

ຄິດຮອດຈຳປາແດງ

ຄິດຮອດຈຳປາແດງ
7 ທ່ານໄດ້ໃຫ້ຄະແນນ: 5.00

ກະວີກອນກາບນີ້..........................ຂຽນສົ່ງເຖິງຈຳປາແດງ
ຜູ້ຈາກໄປນານເຫິງ.......................ຫ່າງໄກໄລຈ້ອຍ
ຫ້ອງກະວີກໍຫງອຍເສົ້າ.................ເຫງົາລົງຈົນເກືອບງຽບ
ເຖິງຊິມີຜູ້ເຂົ້າ..............................ມາຂຽນເພີ່ມກໍບໍ່ຄື

ຈຳປາແດງເຫີນຫ່າງຕົ້ນ................ໃບຫຼົ່ນໃນຍາມໜາວ
ລໍເຖິງຄາວຍາມຝົນ......................ດອກຈຶ່ງບານຊັ້ນບໍເຈົ້າ
ປະໃຫ້ອິນລາວເສົ້າ......................ກອນເຫງົາເກືອບຍົກເລີກ
ໂຕນ້ອຍ, ຫຳນ້ອຍເສົ້າ................ບັກຄວາຍພ້ອມກໍເຫງົາ

ພ້ອມທັງສາວຜູ້ບໍ່ເຖົ້າ..................ຫ້າສິບປີເປັນສາວຢູ່
ຫານຸມາານໝູ່ເຈົ້າ......................ຍັງຄອງຖ້າຢູ່ອິນລາວ
ຢາກຕໍ່ກອນກະວີຫວານ...............ແບບຜຍາສຳນວນນັ້ນ
ສາຣະວັນຄອນສະຫວັນພ້ອມ.........ຕັງຫວາຍຄຳກໍຍິນມ່ວນ ຫາກວ່າຍິນຜູ້ຂ້າຂຽນນີ້ຈົ່ງຕອບມາ ແນ່ເດີ
(ຈຳປາແດງໄປໃສແລ້ວ)

ຜູ້ຂຽນ: ha
ເມື່ອວັນທີ່: 7/3/08 20:43
ຈາກ: ວຽງຈັນ
ອາຊີບ: ຫວ່າງງານກໍໄດ້
ງານອະດີເລກ: ຂຽນກອນ ອ່ານໜັງສື ທ່ອງທ່ຽວຫາຄົນເຊື້ອຊາດລາວ


[ຄວາມເຫັນ] [ແຈ້ງລຶບ] [ແຈ້ງຫ້າມບຸກຄົນນີ້]



[Top] ທ່ານໃຫ້ຄະແນນ 5 ສຳລັບບົດເລື່ອງນີ້

RE: ຄິດຮອດຈຳປາແດງ ດອກໄມ້ປ່າ [7/3/08 21:34]
ເຖິງ: ha

ຈຳປາແດງຈາກຕົ້ນ……..ສຽງຄົນຊ່າອຶກກະທຶກ
ເຈົ້າຊ່າງໄລລືມກົກ…………ກິ່ງເດີມດາເຄົ້າ
ພວກຜູ້ສາວຫຼືຄົນເຖົ້າ……ສອງສາມຊາວກໍນັ່ງເຈົ່າ
ເຫັນແຕ່ເຫງົ້າເກ່ເດ່ຮ້າງ………ເກສອນອ້າຢູ່ຖິ່ນໃດ ?

ເຈົ້າຜູ້ດວງດອກໄມ້…………ເຄີຍບານຢູ່ກາງໃຈ…..ຄົນລາວເຮົາ
ເກີດຢູ່ໃນວັງຫຼວງ...............ທ່າມກາງປະຊາເຊື້ອ
ສັງມາເຫຼືອແຕ່ພຽງຊິ້ນ...........ໄດ້ຍິນພຽງຕັ້ງແຕ່ຊື່
ຈຳປາແດງດວງລື............ຄືມາປະປ່ອຍຕົ້ນ......ໃຫ້ຄົນໄຫ້ຈົ່ມຫາ

ຫຼືຢາກເປັນດອກຟ້າ............ມາລາມິ່ງເມືອງແມນ...ຊັ້ນບໍ?
ຈຶ່ງແລ່ນຫນີປະກົກ............ປ່ອຍຮຽວຮາມເສົ້າ
ເຫຼືອແຕ່ເງົາງາມໄວ້..........ໃບຂຽວກໍລ້ວງຫຼົ່ນ
ກີບສີແດງຂຸຈາກຕົ້ນ..........ຍັງຫອມກຸ້ມທົ່ວນະຄອນ

ຍິນແຕ່ສຽງອອດອ້ອນ..........ອາວອນສົ່ງກະວີຫາ
ດອກຈຳປາທີ່ເຄີຍຄຽງ...........ຄູ່ນະຄອນພັດລາຕົ້ນ
ນ້ອງນີ້ບຸນຜລານ້ອຍ..............ເປັນຄົນພອຍເກີດຢູ່ປ່າ
ເປັນດອກໄມ້ທີ່ໄຮ້ຄ່າ........ບາກຫນ້າມາສູ່ບ້ານ.....ບານໄດ້ກໍບໍ່ຫອມ...ອ້າຍເອີຍ

ດອກຂະຍອມຂາດຊູ້...........ຢູ່ກາງປ່າໄພຫນາ
ມາເຫັນດວງຈຳປາ...........ທີ່ຊ່າລືໄກກໍ້າ
ຄ້ອຍຄໍ່າແລງລົງຄ້ອຍ.......ລອຍຕາມລົມໄກວແກວ່ງ
ຫອມກິ່ນຈຳປາແດງ......ກີບແຫ້ງຂຸກະແດ້ງ......ຍັງຫອມເລື້ອຍບໍ່ປ່ຽນແປງ....ນໍອ້າຍນໍ
[ຄວາມເຫັນ] [ແຈ້ງລຶບ] [ແຈ້ງຫ້າມບຸກຄົນນີ້]

RE: ຄິດຮອດຈຳປາແດງ Devaking [7/3/08 22:16]
ເຖິງ: ha

ກະວີກອນກາບນີ້..........................ຂຽນສົ່ງເຖິງຈຳປາແດງ
ຜູ້ຈາກໄປນານເຫິງ.......................ຫ່າງໄກໄລຈ້ອຍ
ຫ້ອງກະວີກໍຫງອຍເສົ້າ.................ເຫງົາລົງຈົນເກືອບງຽບ
ເຖິງຊິມີຜູ້ເຂົ້າ..............................ມາຂຽນເພີ່ມກໍບໍ່ຄື

ຈຳປາແດງເຫີນຫ່າງຕົ້ນ................ໃບຫຼົ່ນໃນຍາມໜາວ
ລໍເຖິງຂາວຍາມຝົນ......................ດອກຈຶ່ງບານຊັ້ນບໍເຈົ້າ
ປະໃຫ້ອິນລາວເສົ້າ......................ກອນເຫງົາເກືອບຍົກເລິກ
ໂຕນ້ອຍ, ຫຳນ້ອຍເສົ້າ.............ບັກຄວາຍພ້ອມກໍເຫງົາ

ພ້ອມທັງສາວຜູ້ບໍ່ເຖົ້າ..................ຫ້າສິບປີເປັນສາວຢູ່
ຫານຸມາານໝູ່ເຈົ້າ......................ຍັງຄອງຢູ່ອິນລາວ
ຢາກຕໍ່ກອນກະວີຫວານ...............ແບບຜຍາສຳນວນນັ້ນ
ສາຣະວັນສະຫວັນພ້ອມ..............ຕັງຫວາຍຄຳກໍຍິນມ່ວນ ຫາກວ່າຍິນຜູ້ຂ້າຂຽນນີ້ຈົ່ງຕອບມາ ແນ່ເດີ

(ຈຳປາແດງໄປໃສແລ້ວ)
[ຄວາມເຫັນ] [ແຈ້ງລຶບ] [ແຈ້ງຫ້າມບຸກຄົນນີ້]

RE: ຄິດຮອດຈຳປາແດງ tonoy [8/3/08 10:06]
ເຖິງ: ha
ສະບາຍດີ ພຣະອາຈານ
ຂ້ານ້ອຍກໍ່ວ່າແນວນັ້ນ ເພີ່ນໄປແລ້ວອິນລາວຫງຽບອີຫລີ໊
ຖ້າເປັນໄປໄດ້ກໍ່ຢາກໃຫ້ເພີ່ນກັບມາ.
ນັບຖື.
[ຄວາມເຫັນ] [ແຈ້ງລຶບ] [ແຈ້ງຫ້າມບຸກຄົນນີ້]

RE: ຄິດຮອດຈຳປາແດງ ລູກຊາວດອນ [8/3/08 13:42]
ເຖິງ: tonoy
ຕົວນ້ອຍກໍຄິດຮອດ...................ເຖິງທ່ານຈຳປາແດງ
ທັງເຊົ້າແລງເວັນສວຍ................ເປີດອິນລາວຄອງຈ້ອຍ
ຈັງແມ່ນຫງອຍເຫງົ້າຫງອນເສົ້່າ...ລູກຊາວດອນກໍອຸກອັ່ງ
ຄິດທາງຫຼັງກ່ອນເກົ່ານັ້ນ.............ຈຳປາແດງເຈົ້າກ່າວກອນ

ຄິດເດ..ຄິດເມື່ອຄາວກ່ອນນັ້ນ......ກະສັນຮ່ວມສຸກສົມ
ໂຕ້ຄາຣົມກັນທາງກອນ..............ມ່ວນມະໂນໃນແມ້ງ
ຈຳປາແດງທັງຫຳນ້ອຍ...............ບັກຄວາຍຄຳແລງລິງໃຫຍ່
ສຸກຫົວໃຈບາດຖ້າ.....................ປະຊັນເຣື່ອງກາບຜຍາ

ຂໍໃຫ້ຈຳປາຈົ່ງກ້າ......................ເຂົ້າມາວ່າກອນສານ
ຂຽນຕານານກອນຮັກ.................ໃຫ້ອິນລາວຈະເຣີນກ້າວ
ພວກໝູຊາວລາວລ້ວນ...............ໄດ້ຊິມກອນຣົດຊາດມ່ວນ
ຂໍໃຫ້ຫວນຕ່າວໂຄ້ງ...................ຄືນເຂົ້າສູ່ຮັງທ່ານເອີຍ
[ຄວາມເຫັນ] [ແຈ້ງລຶບ] [ແຈ້ງຫ້າມບຸກຄົນນີ້]

RE: ຄິດຮອດຈຳປາແດງ ລູກຊາວດອນ [8/3/08 13:44]
RE: ຄິດຮອດຈຳປາແດງ [sky]nana [8/3/08 21:01]
ເຖິງ: ha
ນະມັດສະການພຣະອາຈານ ແມ່ນແລ່ວນໍ້ອາຈານນັບຕັ້ງແຕ່ບໍ່ມີອີ່ລຸງຈຳປາແດງຣູ້ສືກວ່າອິນລາວງຽບຫລາຍຯ
ທັງເຫງົາທັງເສົ້າ ເຄີຍຢອກໃຍມ່ວນຫົວຄືແຕ່ກ່ອນ ມີຜະຫຍາມ່ວນຯມາເລົ່າສູ່ຟັງຄືແຕ່ກ່ອນກໍບໍ່ມີອີກແລ້ວ
ແປກນໍ້ອາຈານມີກອນຫລາຍເລືຶ່ງຂຽນເຂົ້າແຕ່ກະບໍ່ເຮັດໃຫ້ຄວາມຮູ້ສືກອົບຶຸ່ນຄືເກົ່າກັບມາເລີຍ
ໂເຍແນວໃດກໍຂໍສົ່ງສຽງຊ່ວຍພຣະອາຈານຫວັງວ່າລຸງຈຳປາແດງເພີ້ນຊິໄດ້ຍິນແລ້ວກໍກັບມາສ້າງສີສັນໃຫ້ແດນດະວີນີ້
ມ່ວນຊື່ນຄືເກົ່າ (ກັບມາທ້ອນອີ່ລຸງ)
ນັບຖື
[ຄວາມເຫັນ] [ແຈ້ງລຶບ] [ແຈ້ງຫ້າມບຸກຄົນນີ້]

RE: ຄິດຮອດຈຳປາແດງ ha [9/3/08 10:58]
ເຖິງ: [sky]nana
ສະກາຍນານາກໍມາເວົ້າ............ທັງຈົ່ມວ່າຫງອຍເຫງົາ
ບໍ່ມີອີ່ລູງຈຳປາແດງ..................ຫງວມເຫງົາທັງເສົ້າ
ເຄີຍວາຈາຕະຫຼົກເວົ້າ...............ທັງສອນແກມຫຍອກ
ບໍ່ມີຈຳປາແດງແລ້ວເສົ້າ............ເຫງົາງ້ວງແບບຈັ່ງໃດ

ມີກອນໃໝ່ມາເລື້ອຍ.................ບໍ່ເໝືອນເກົ່າຄາວຫຼັງ
ນີ້ຄືມົນຂັງຂອງຄວາມຮັກ...........ບວກກັບສາຍສຳພັນແທ້
ເຖິງກອນມ່ວນມີຫຼາຍລົ້ນ...........ບໍ່ຄືຄົນທີ່ໄກຈາກ
ສຸກຢູ່ບ້ານເພີ່ນພູ້ນ....................ບໍ່ເໝືອນແທ້ດັ່ງບ້ານເຮົາ ນານາເອີຍ

ໄລ່ຜີປອບ

ໄລ່ຜີປອບ
5 ທ່ານໄດ້ໃຫ້ຄະແນນ: 3.60

ໝໍທັມ ກຳລັງຟ້າວຝັ່ງໄປເຮືອນຂອງລູງພອນ ເພາະເຂົາມາເຊີນໃຫ້ໄປໄລ່ຜີປອບທີ່ເຂົ້ານາງຈ້ອຍລູກສາວຂອງລູງພອນ
ໃນຂະນະທີ່ໝໍທັມກຳລັງຮີບເຮັ່ງຈະໄປໄລປອບນັ້ນ ພັດເຫັນຜີເຜດໂຕໜຶ່ງຢືນຈັ່ງຈ໊ະ ຢູ່ຫວັງຈະຫຼອກໝໍທັມ, ໝໍທັມເຫັນເຜດຢືນ​ຈັງຈ໊ະຢູ່ ຈຶ່ງຖາມຂຶ້ນວ່າ ເຈົ້າມາຫຍັງ ?ຜີເຜດບອກວ່າມາຫຼອກຄົນ, ໝໍທັມ ຈຶ່ງວ່າຢ່າຊິຫຼອກ ຊິຫຼອນທ້ອນ ບໍ່ມີເວລາໃຫ້ຫຼອກດອກ ຟ້າວຊິໄປໄລ່ຜີປອບເຂົ້າຄົນ, ບາດແລ້ວໝໍທັມຫົວໃສຈຶ່ງຊວນຜີປອບໄປໄລ ຜີປອມດ້ວຍກັນ ດີກວ່າຊິມາຫຼອກຄົນ ຫາເຮັດບຸນດີກວ່າ ເມື່ອຍິນຄຳວ່າ "ບຸນ" ເຜດກໍຕົກລົງໄປນຳໝໍທັມ, ເມື່ອໄປຮອດເຮືອນທີ່ຄົນປອບເຂົ້າ ໝໍມໍກໍສັ່ງໃຫ້ເຜດລໍຖ້າຢູ່ຫົວຂັ້ນໃດ.
ເມື່ອໝໍທັມກໍທຳການໄລ່ປອບ ປອບກໍສູ້ໝໍທັມຢ່າງສຸດລິດ ຈຶ່ງເຮັດໃຫ້ປອບຢ້ານກໍເລີຍອອກຈາກຄົນແລ່ນໜີຄະໂຍ່ຍໆໆໆໆ ແຕ່ເມື່ອກັບມາຍັງເຮືອນລູງພອນແລ້ວ ກໍເຫັນຜີປອບຊັກງັກໆຢູ່ ໝໍທັມຈຶ່ງທຳການເປົ່າເອົາຜີເຜດເກືອບບໍ່ໄດ້ ໃນທີ່ສຸດເຜດກໍຟື້ນຄືນມາ ຖາມໄດ້ຄວາມວ່າຖືກມົນຂອງໝໍ ທົນລິດມົນບໍ່ໄດ້ເກືອບຕາຍ.

ຜູ້ຂຽນ: ha
ເມື່ອວັນທີ່: 20/3/08 14:27
ຈາກ: ວຽງຈັນ
ອາຊີບ: ຫວ່າງງານກໍໄດ້
ງານອະດີເລກ: ຂຽນກອນ ອ່ານໜັງສື ທ່ອງທ່ຽວຫາຄົນເຊື້ອຊາດລາວ


[ຄວາມເຫັນ] [ແຈ້ງລຶບ] [ແຈ້ງຫ້າມບຸກຄົນນີ້]



[Top] ທ່ານໃຫ້ຄະແນນ 5 ສຳລັບບົດເລື່ອງນີ້

RE: ໄລ່ຜີປອບ ເຜິ້ງທອງ [20/3/08 15:44]
ເຖິງ: ha
ຂພຈ ອ່ານ 3-4 ເທື່ອຍັງຊອກຕອນຫົວບໍ່ເຫັນ ທ່ານຊ່ວຍບອກຂພຈແດ່ວ່າຕອນຫົວຢູ່ມ້ອງໃດ ແລ້ວຈະຫົວນຳຫລັງ
ຂອບໃຈ
[ຄວາມເຫັນ] [ແຈ້ງລຶບ] [ແຈ້ງຫ້າມບຸກຄົນນີ້]

RE: ໄລ່ຜີປອບ NiNu [21/3/08 10:27]
ເຖິງ: ເຜິ້ງທອງ
ຈຸດ Climax ຂອງເພິ່ນກໍ່ຄືວ່າ ໝໍທຳກັບເປດ ແທນທີ່ຊິໄປຊ່ວຍກັນໄລ່ປອບ ແຕ່ບາດຕອນໝໍທຳທ່ອງຄາຖາ ໄລ່ປອບຢູ່ນັ້ນ ມົນຄາຖາຂອງໝໍທຳກໍ່ມີຜົນທຳຮ້າຍຕໍ່ເປດເໝືອນກັນ ຈົນເປດກໍ່ເກືອບຕາຍຍ້ອນ. ຕອນແລກ ຂ້າພະເຈົ້າຄິດວ່າຕອນປອບອອກຈາກຄົນ ແລ່ນຄະໂຢ່ຍ ໆ ໆ ລົງເຮືອນມາຊິເຈິເປດຢູ່ຕີນຂັ້ນໄດ ຕົກໃຈຢ້ານເປດເລີຍ ແລ່ນໄປເຂົ້າຄົນຄືນຊັ້ນດອກ
[ຄວາມເຫັນ] [ແຈ້ງລຶບ] [ແຈ້ງຫ້າມບຸກຄົນນີ້]

RE: ໄລ່ຜີປອບ ຫນໍ່ສະຫວັນ [21/3/08 1:25]
ເຖິງ: ha

55555555555555!!! ຍັງດີວ່າມີນໍ້າພົ່ນເອົາກັນແດ່ເນາະ ເພາະວ່າຢູ່ໃນສີ່ພັນດອນ ຖ້າຢູ່ແຖວລະຫາໂຄກທາງສະຫວັນນະເຂດຫັ້ນ ຈັກຊິວ່າຈັ່ງໃດ ຢ້ານເປັນຂອງຍາຄູຢູ.


ຮັກແພງ.
[ຄວາມເຫັນ] [ແຈ້ງລຶບ] [ແຈ້ງຫ້າມບຸກຄົນນີ້]

RE: ໄລ່ຜີປອບ ລູກຊາວດອນ [21/3/08 7:12]
ເຖິງ: ຫນໍ່ສະຫວັນ
ໜໍ່ສະຫວັນ ຍັງຫົວໄດ້ 5555555555555555555555

ອົດຫົວເອົາ ເດີເຜິ້ງທອງ
[ຄວາມເຫັນ] [ແຈ້ງລຶບ] [ແຈ້ງຫ້າມບຸກຄົນນີ້]

RE: ໄລ່ຜີປອບ ເຜິ້ງທອງ [21/3/08 9:02]
ເຖິງ: ລູກຊາວດອນ
ອ້າວ ຮອດຕອນຫົວລະຫວາ 555555555555555
55555555555555555555555555555555 ໂອ້ຍຍຍຍຍຍຍຍ
ຕົກຕັ່ງ
[ຄວາມເຫັນ] [ແຈ້ງລຶບ] [ແຈ້ງຫ້າມບຸກຄົນນີ້]

RE: ໄລ່ຜີປອບ ນົກອ້ຽງ [21/3/08 13:34]
ເຖິງ: ເຜິ້ງທອງ
ໂອຍ ! ຂໍ ຫົວ ນຳ ແດ່ ເດີ 55 55 55 55555 ບໍ່ເຂົ້າໃຈດອກຫາກຫົວໄປນຳເພີ່ນ ຊື໋ ຊື໋
[ຄວາມເຫັນ] [ແຈ້ງລຶບ] [ແຈ້ງຫ້າມບຸກຄົນນີ້]

RE: ໄລ່ຜີປອບ ລູກຊາວດອນ [21/3/08 14:59]
ເຖິງ: ເຜິ້ງທອງ
ອື.................................ຫົວເພື່ອສຸກຂະພາບ
ຫົວນຳແນ່ເດີ 555555555555555555555 ຫົວເປັນຕົວເລກ
[ຄວາມເຫັນ] [ແຈ້ງລຶບ] [ແຈ້ງຫ້າມບຸກຄົນນີ້]

RE: ໄລ່ຜີປອບ nor_muang [21/3/08 20:48]
To: ເຜິ້ງທອງ
ອິອິອິອິ...ເພີ່ນພາຫົວກະຫົວໄປໂລດ. ຫນໍ່ເມືອງກະຊິຫົວຄືກັນ..5555555
ຫົວຂວນຄົນຫົວເດີ...ບໍ່ແມ່ນຫົວເພາະຜິປອບໄລ່ຜີເຜດ.


ຫນໍ່ເມືອງ
[ຄວາມເຫັນ] [ແຈ້ງລຶບ] [ແຈ້ງຫ້າມບຸກຄົນນີ້]

RE: ໄລ່ຜີປອບ ha [23/3/08 9:12]
RE: ໄລ່ຜີປອບ ຫຳນ້ອຍ [23/3/08 9:57]
ເຖິງ: ha
5555555555 ພາກັນຫົວຫຍັງນິ ຂ້ານ້ອຍຫົວນຳ 555555555555 ຕໍ່ອາຍຸ ອິອິອິອິ ສົ່ງສານຜີເຜດ
ຜີປອບເຕັ້ນກະໂຢຍໆໆໆ ຜີເຜດຊັກກະແດ໋ວ!!! ກະແດ໋ວ !!!!
[ຄວາມເຫັນ] [ແຈ້ງລຶບ] [ແຈ້ງຫ້າມບຸກຄົນນີ້]

RE: ໄລ່ຜີປອບ ha [24/3/08 11:55]
ເຖິງ: ຫຳນ້ອຍ
ຜີເຜດຣິດບໍ່ເທົ່າຜີປອບ
[ຄວາມເຫັນ] [ແຈ້ງລຶບ] [ແຈ້ງຫ້າມບຸກຄົນນີ້]

ພຣະຍາແຖນຂີ້ລືມ

ກາລະຄັ້ງໜຶ່ງນານມາແລ້ວ ໂລກມະນຸດເກີດຄວາມແຫ່ງແລ້ງຜິດປົກກະຕິ ຝົນບໍ່ຕົກຕົກລົງມາຮວຍຮຳໂລກມະນຸດຍາວ ນານເຖິງ ໗ ປີແລ້ວ, ສະໄໝນັ້ນມີພະຍາຄັນຄາກເປັນໃຫຍ່ກວ່າຝູງສັດທັງຫຼາຍ ເຫັນໂລກມະນຸດເກີດຄວາມເດືອດຮອດ ຈຶ່ງໄດ້ປະ ຊຸມບັນກາສັດສາວາສິ່ງທັງຫຼາຍຕົກລົງວ່າຈະເຮັດຈັ່ງໃດກັບສະພາບດິນຟ້າອາກາດແຫ້ງແລ້ງເຊັ່ນນີ້ ສັດທັງຫຼາຍມີພະຍາແມງ ງອດ, ພະຍາແມງເງົາ, ພະຍາປວກ ແລະ ອື່ນໆ ຈຶ່ງຕົກລົງກັນວ່າຕ້ອງຂຶ້ນໄປເຝົ້າພະຍາແຖນ ວ່າເຮັດຫຍັງຢູ່ຕັ້ງ ໖-໗ ປີ ຈຶ່ງບໍ່ທຳ ພາຣະໜ້າທີ່ຂອງຕົນ ຕົກລົງກັນແລ້ວກໍພາກັນຂຶ້ນໄປຍັງເມືອງແຖນໂດຍທາງເຄືອເຂົາກາດ.
ເມື່ອພຣະຍາແຖນໄດ້ເຫັນຝູງພຣະຍາສັດຈຳນວນຫຼວງຫຼາຍມາ ຫຼວງຫຼາຍເຊັ່ນນີ້ ກໍຮູ້ເຣື່ອງຫຍັງມີແຕ່ຮ້າຍເປັນຟືນ ເປັນໄຟ ໃຫ້ແກ່ບັນດາກອງທັບສັດທີ່ຂຶ້ນມາຈາກໂລກ ຍັງບໍ່ພໍເທົ່ານັ້ນກໍຍັງສັງກອງທັບຂອງຕົນອອກສູ້ຮົບ ຂະນະນັ້ນເຫັນທ່າທີ່ບໍ່ດີ ພຣະຍາຄັນຄາກເຊິ່ງເປັນຫົວໜ້າຂອງສັດ ກໍສັ່ງໃຫ້ກອງທັບຂອງຕົນອອກສູ້ຮົບກັບພົນພຣະຍາແຖນ ໃນທີ່ສຸດກອງທັບຂອງພຣະ ຍາແຖນສູ້ກອງທັບພຣະຍາຄັນຄາກບໍ່ໄດ້ ຈຶ່ງຕັດຖາມວ່າ:
ພຣະຍາແຖນ : ເຫດໃດພຣະຍາຄັນຄາກຈຶ່ງນຳຣີພົນຂຶ້ນໃສບຸກລຸກເມືອງບົນເຊັ່ນນີ້ ?.
ພຣະຍາຄັນຄາກຕອບກັບໄປວ່າ : ຍ້ອນເຫດພຣະແຖນຢູ່ເມືອງບົນ ມີໜ້າທີ່ເຮັດນໍ້າຟ້ານ້ຳຝົນ ແຕ່ເປັນເວລາ ໖-໗ ປີແລ້ວ ຟ້າບໍ່ລົງຝົນບໍ່ຕົກ ສັດສາວາສິ່ງລົ້ມຕາຍອະເນກອະນັນ ມະນຸດຊົນໄດ້ຮັບຄວາມເດືອດຮ້ອນວຸ້ນວາຍກັນ ເມື່ອນັ້ນເອງພຣະຍາແຖນ ຈຶ່ງເພິ່ງນຶກຂຶ້ນໄດ້ວ່າ ຕົນເອງບໍ່ໄດ້ສັ່ງໃຫ້ຝົນຕົກລົງມາຫຼາຍປີແລ້ວ ຈຶ່ງຮີບບັນຊາໃຫ້ຝົນຕົກທັນໃດ ພ້ອມກັບມີ້ເມດຕາແຝງສອນ ເປັນດອກໄມ້ໄຟສະຫວ່າງເຈີດຈ້າສະຫງ່າພິພົບ ຊ່ວຍໃຫ້ບັນດາພຣະຍາສັດກັບລົງສູ່ພື້ນດິນຢ່າງປອດໄຟ ເມື່ອເຫັນເຊັ່ນນັ້ນ ພຣະ ຍາຄັນຄາກ ຈຶ່ງສັ່ງແກ່ພວກມະນຸດ ວ່າຕໍ່ແຕ່ນີ້ໃຫ້ຈູດບັ້ງໄຟຂຶ້ນທຸກປີ ເພື່ອຄອຍເຕືອນບໍ່ໃຫ້ພຣະຍາແຖນຫຼົງລືມສັ່ງໃຫ້ຝົນຕົກ.
ດ້ວຍເຫດນັ້ນ, ຫຼັງຈາກນັ້ນເປັນຕົ້ນມາ ເມື່ອມະນຸດໄດ້ຮັບຄວາມສະບາຍ ບໍເດືອນຮ້ອນຍ້ອນນ້ຳຟ້ານ້ໍາຝົນ ມະນຸດຈຶ່ງຄິດ ເຫັນຄຸນຂອງພຣະຍາຄັນຄາກ ຈຶ່ງເຮັດຄອງບັ້ງຖວາຍພຣະຍາຄັນຄາກໂດຍເອົາຮູບພຣະຍາຄັນຄາກໄວ້ເຖິງຄ້ອງບັ້ງ ແລະ ໃຈກາງ ຂອງຄ້ອງບັ້ງ ໝາຍເຖິງທ້ອງຟ້າບ່ອນພຣະຍາແຖນສະຖິດຢູ່ ກໍເຮັດຮູບຕາເວັນແສກໄວ້ ຮອດຍາມບຸນເດືອນຫົກພາກັນເຮັດບຸນ ບັ້ງໄຟເພື່ອເຕືອນບອກພຣະຍາແຖນບໍໃຫ້ລືມ ສິ່ງທີ່ຂາດບໍ່ໄດ້ໃນອະດີດ ກໍຄືຄ້ອງບັ້ງຕ້ອງໄດ້ຕີໃນງານບຸນບັ້ງໄຟ ເພື່ອເປັນຕົວແທນ ສຽງຮ້ອງກັມປະນາດຂອງພຣະຍາຄັນຄາກນັ້ນເອງ.
ສະນັ້ນ, ເມື່ອເຮົາເຫັນຄ້ອງບັ້ງເມື່ອໃດ ກໍຕ້ອງເຫັນຮູບພຣະຍາຄັນຄາກທຸກໆໜ່ວຍນັ້ນເອງ.

ຊຽງໝ້ຽງແຕ້ມຮູບ

ຊຽງໝ້ຽງແຕ້ມຮູບ
2 ທ່ານໄດ້ໃຫ້ຄະແນນ: 5.00

ຄັ້ງໜຶ່ງທີ່ນັກແຕ້ມ ສີມືເອກຊາວເມືອງອະໂຍທະຍາມາເສັງແຕ້ມຮູບ ເພື່ອເອົາເມືອງເປັນລາງວັນ ຖ້າທາງເຈົ້າເມືອງຊະນະ ຂອງຣາງວັນທີ່ໄດ້ມາທັງໝົດຈະມອບໃຫ້ເມືອງນີ້ມົດ ຫາກທາງເຈົ້າເມືອງບໍ່ຊະນະ ຈະເອົາເມືອງທັງໝົດ ໂດຍນັກແຕ້ມຄົນນັ້ນໄດ້ມີການຕັ້ງກະຕິກາໄວ້ວ່າ:
໑. ແຕ້ມແລ້ວໄວ,
໒. ແຕ້ມແລ້ວສາມາດອະທິບາຍໄດ້.
໓. ໃຊ້ສີໄດ້ຫຼາຍສີ.
໔. ຟອຍແຕ້ມມີພຽງກ້ານດຽວ.
໕. ແພແຕ້ມຕ້ອງສູງຈາກໜ້າດິນບໍ່ຕ່ຳກວ່າ ໒ ແມັດ
ເມື່ອພຣະຍາເມືອງໄດ້ມີຜູ້ທ່າເຊັ່ນນັ້ນ ກໍຮັບຄຳທ້າທັນທີ ແຕ່ມອງບໍ່ເຫັນໃຜຈະເຮັດໄດ້ດັ່ງກະຕິການັ້ນ ຈຶ່ງເອີ້ນຊຽງໝ້ຽງເຂົ້າເຝົ້າ ແລ້ວໃຫ້ຊຽງໝ້ຽງຊອກຫາຊ່າງແຕ້ມຝີມືດີມາສູ້ເຂົາ ເພາະນັກແຕ້ມຄົນນີ້ເກ່ງຫຼາຍເອົາຊະນະມາຮ້ອຍຫົວເອັດເຈັດຫົວເມືອງ ເຂົາພຽງແຕ່ເຕັ້ນຂຶ້ນ ໙ ຫົນກໍແຕ້ມຮູບໄດ້ທັງງາມ ທັງລະອຽດ ເມື່ອຊຽງໄດ້ຮັບພຣະບັນຊາແລ້ວ ກໍກັບເມືອນອນເຮືອນເສີຍມັ່ງຢູ່ ໂດຍບໍ່ຮ້ອນບໍ່ເຄືອງຫຍັງໝົດ ຈົນຮອດວັນເສັງ, ພຣະຍາເມືອງອອກສນາມເສັງ, ປະຊາຊົນມາຊົມຄັບຄາໜາແໜ້ນ, ນັກແຕ້ມຕ່າງເມືອງກໍມາຮອດແລ້ວ ຍັງແຕ່ນັກແຕ້ມຂອງພຣະຍາເມືອງບໍ່ມາ ທາງພຍາກໍບອກວ່າໃຫ້ລໍຖ້າກ່ອນຈັກໜ່ອຍ ທັນໃດນັ້ນກໍເຫັນຊາຍຄົນໜຶ່ງແລ່ນມາ ແຕ່ບໍ່ແມ່ນຊຽງໝ້ຽງ ຫາກເປັນຄົນໃຊ້ຂອງຊຽງໝ້ຽງແຕ່ງມາ ມາຮອດແລ້ວກໍເຂົ້າຄາຣະວະພຣະຍາ ແລ້ວບອກວ່າ "ເປັນຊ່າງແຕ້ມທີ່ຊຽງໝ້ຽງຫາມາ" ພຣະຍາຖາມວ່າ "ຊຽງໝ້ຽງເດໄປໃສ ?" ຊ່າງແຕ້ມປອມບອກວ່າ ເຂົາຈະມາທັນກ່ອນການຕັກສິນແນ່ນອນ ດຽວນີ້ເຂົາຍັງໄປທຳທຸຣະຂ້າງນອກ ທີ່ແທ້ຊຽງໝ້ຽງຢູ່ນຳຝູງຊົນນັ້ນ.
ເມື່ອໄດ້ເວລາແລ້ວ ກໍເຣີ່ມພິທີການເສັງກ່ອນ ໂດຍໃຫ້ນັກແຕ້ມຈາກອະໂຍທະຍາແຕ້ມກ່ອນ ທາງນັກແຕ້ມອາໂຍທະຍາຈັບຟອຍແຕ້ມຂຶ້ນແລ້ວ ກໍເຕັ້ນຂຶ້ນພຽງ ໓ ຫົນ ກໍເປັນຮູບພຣະຍານັ່ງຢູ່ບັນລັງສວຍງາມ ທັງເໝືອນພຣະຍາປານກັບຮູບຖ່າຍ, ຫຼັງຈາກນັ້ນກໍເປັນຜຽນຂອງທາງເຈົ້າເມືອງ ນັກເຕັ້ມທາງຝ່າຍເຈົ້າເມືອງກຳລັງຊິທຳການເຕັ້ມ ທັນໃດນັ້ນມີຊາຍຄົນໜຶ່ງ(ຊຽງໝ້ຽງ) ອອກມາຈາກຝູງຊົນ ມາຍືນຢູ່ກາງສະ ໜາມແຂ່ງ ແລ້ວຂາບບັງຄົມພຣະຍາວ່າ "ຂໍເດຊະ ລະອອງທູລີພຣະບາດ ຕາມທີ່ຂ້າພະເຈົ້າເບິ່ງການເຕັ້ມຂອງທາງຝ່າຍອາຍຸທະຍາແລ້ວ ເຫັນວ່າມີຜີມືດີ ແຕ່ວ່າຜີມືນັ້ນຍັງບໍ່ທຽມທັນກັບນັກແຕ້ມຂອງທາງຝ່າຍເມືອງເຮົາ ສະນັ້ນຜູ້ຂ້າເຫັນວ່າ ບໍ່ໃຫ້ນັກແຕ້ມທາງຝ່າຍເຮົາແຕ້ມແຂ່ງໃນງານນີ້ ເພາະຝີມືມັນຄົນລະຊັ້ນກັນ ຂ້ານ້ອຍ ຂ້າພະເຈົ້າຂໍເປັນນັກແຕ້ມແຂ່ງໃນງານນີ້ແທນນັກແຕ້ມມີມືເອກຂອງເຮົາ ຂ້າພະເຈົ້າຄິດວ່າ ຝີມືຂອງຂ້ອຍພະເຈົ້າຄົງຊິເອົາຊະນະ ແກ້ໜ້າແກ້ຕາໃຫ້ແກ່ເຈົ້າເມືອງໄດ້ ຂໍໃຫ້ພຣະຍາຈົ່ງໂຜດອະນຸຍາດທ້ອນ" ເມື່ອຊຽງໝ້ຽງເວົ້າຈົບຊາວເມືອງກໍພ້ອມກັນໂຮ ແລະ ເຫັນພ້ອມໃຫ້ຊຽງໝ້ຽງແຂ່ງຂັນໃນງານນີ້, ໃນທີ່ສຸດພຣະຍາກໍອະນຸຍາດ ໃຫ້ຊຽງໝ້ຽງເປັນຄົນແຂ່ງຂັນ.
ເມື່ອຊຽງໝ້ຽງ ໄດ້ຮັບອະນຸຍາດແລ້ວ ກໍທຳການແຕ້ມຮູບເລີຍ ໂດຍທີ່ຊຽງໝ້ຽງເອົາຟອຍແຕ້ມໄປຈຸ່ມເອົາສີດຳແລ້ວກໍເຕັ້ມຂຶ້ນພຽງ ໑ ຫົນ ກໍເຮັດໃຫ້ຝ້ານັ້ນດຳໄປທັງຜືນ.
ກັມມະການກໍຖາມວ່າ "ຊຽງໝ້ຽງແຕ້ມແລ້ວຫຼືຍັງ" ຊຽງໝ້ຽງຕອບວ່າ ແຕ້ມແລ້ວ ?
ບາດນີ້ກໍໃຫ້ທາງນັກແຕ້ມທາງຝ່າຍອາໂຍທະຍາອະທິບາຍຮູບແຕ້ມຂອງຕົນ "ກໍເວົ້າຕາມຫຼັກການທຸກຢ່າງ ແລະ ບອກວ່າຮູບນີ້ ເປັນຮູບຂອງພຣະຍາກຳລັງນັ່ງຢູ່ໃນພຣະລານຫຼວງຂະນະນີ້ ພຣະຍາກໍຊົງແຍ້ມພຣະໂອດເຮັດໃຫ້ຄະນະກັມມະການໃຫ້ຄະແນນຮູບນັ້ນ ໙໙.໙ ຄະແນນ.
ບາດນີ້ທາງກັມມະການກໍຖາມຊຽງໝ້ຽງວ່າ ຮູບຂອງຊຽງໝ້ຽງແມ່ນຮູບຫຍັງ ຄືບໍ່ເຫັນມີຮູບ? ຊຽງໝ້ຽງຕອບວ່າ ຮູບຂອງຂ້ານ້ອຍ ແມ່ນຮູບກາດຳ ທີ່ບິນໃນຄວາມມືດ ມັນກະເລີບບໍ່ເຫັນຮູບ, ຄົນທັງຫຼາຍໄດ້ຟັງແລ້ວ ກໍພ້ອມກັນຮ້ອງໂຮຊົມເຊີຍຂຶ້ນເປັນການໃຫຍ່ ທາງທັງພຣະຍາກໍຍິ້ມພຣະໂອດຂຶ້ນດ້ວຍ, ທາງຄະນະກັມມະ ການກໍໃຫ້ຄະແນນຮູບຂອງສຽງໝ້ຽງ ໙໙.໙ ຄະແນນ.
ເມື່ອເຫັນເປັນເຊັ່ນນັ້ນ ທາງນັກແຕ້ມຝ່າຍອະໂຍທະຍາກໍຄັດຄ້ານຂຶ້ນ ວ່າຊຽງໝ້ຽງຜິດກຕິການ ຄືວ່າ ເຂົາໃຫ້ໃຊ້ທຸກສີແຕ້ມ ແຕ່ທາງຝ່າຍຊຽງໝ້ຽງໃຊ້ພຽງສີດຽວແຕ້ມ ອັນນີ້ຜິດກະຕິກາ.
ຝ່າຍຊຽງໝ້ຽງເມື່ອໄດ້ຟັງຄຳຄັດຄ້ານແລ້ວ ກໍລຸກຂຶ້ນແກ້ວ່າ "ສີທີ່ຂ້າພະເຈົ້າແຕ້ມນັ້ນແມ່ນມີທຸກສີ ເພາະວ່າສີຕ່າງໆທີ່ຖືກລວມເຂົ້າກັນແລ້ວ ຈະກາຍເປັນສີດຳໝົດ ຖ້າບໍ່ເຊື່ອລອງໃຫ້ເອົາສີທັງມົດເທລວມກັນເບິ່ງຄັນບໍ່ເປັນສີດຳ.
ເມື່ອເປັນເຊັ່ນນັ້ນ ກັມມະການກໍເອົາສີທັງໝົດເທລົງໃນຄຸເທົ່າກັນ ສີທັງໝົດກໍກາຍເປັນສິດຳດັ່ງທີ່ຊຽງໝ້ຽງວ່າ "ຊາວເມືອງໄດ້ຟັງກໍຮ້ອງໂຮຊົມເຊີຍເປັນການໃຫຍ່" ທາງຄະນະກັມມະການກໍໃຫ້ຄະແນນຊຽງໝ້ຽງເພີ່ມ ເປັນ ໑໐໐ ຄະແນນ, ເປັນອັນວ່າຝ່າຍຊຽງໝ້ຽງຊະນະ ໄດ້ຂອງຂວັນຈາກນັກແຕ້ມອາໂຍທະຍາທັງໝົດ.

ຜູ້ຂຽນ: ha
ເມື່ອວັນທີ່: 24/3/08 14:44
ຈາກ: ວຽງຈັນ
ອາຊີບ: ຫວ່າງງານກໍໄດ້
ງານອະດີເລກ: ຂຽນກອນ ອ່ານໜັງສື ທ່ອງທ່ຽວຫາຄົນເຊື້ອຊາດລາວ