วันจันทร์ที่ 21 เมษายน พ.ศ. 2551

ສະຫຼອງວັນເກີດແບບຊາວພຸດ

ຣົມມະວິຫາຣກໍໍ່ເກື້ອ……..ກາຍເກີດເປັນຄວາມຮັກ
ຈົດສະຫຼັກລົງຈິຕ ………….ດັ່ງພຣົມນິຍົມຍ້ອງ
ຮັກທັງຜອງສາກົລຮູ້……….ບໍ່ທຽມທັນພຸທໂທກ່າວ
ພຣົມມະວິຫາຣແຈງຂໍ້…….ໄຂຕ້ານສີ່ຄວາມ

ເມຕຕາປາຖນາໃຫ້………..ແຟນຮັກມີຄວາມສຸຂ
ທັງກາຍາແນວຄິດ………...ພ້ອມໃຈກະເສີມພ້ອມ
ເຮົາກໍທຳບຸນໃຫ້……………ປະຕິບັຕຕົນຈົນງາມຍິ່ງ
ແຟນເຫັນຈິງວ່າສິ່ງນັ້ນ…….ກະທຳແທ້ບໍ່ແມ່ນປອມ

ກະຣຸນາທັມຂໍ້ນີ້……………ຫວັງໃຫ້ແຟນຮັກຫາຍທຸກຂ໌
ທັງອຸກອັ່ງໃນຫົວໃຈ………...ບໍ່ກັງວົນຮົນຮ້ອນ
ດ້ວຍກາຣກະທຳຂອງເຈົ້າ….ບໍ່ເປັນໄປໃນທາງເສື່ອມ
ປະຕິບັຕໃຫ້ຖືກຕ້ອງ………..ບໍ່ຫວັງປ້ອງໃຫ້ຊົ່ວຊາມ

ມຸທິຕາອ່າວເອື້ອ……………ເມື່ອເຫັນແຟນທ່ານມີສຸຂ
ຍ່ອມຍິນດີເອົາໃຈຕາມ……...ຕອບສນອງສມານໄວ້
ວາງໃຈຫວັງເສີມສ້າງ……..ໃຫ້ແຟນເຮົາພົ້ນຊົ່ວ
ຊີ້ຊ່ອງທາງແບບເບື້ອງ…….ເຍື່ອງແຕ່ຂ້ໍຂອດຮຸ່ງເຮືອງ

ອຸເປກຂາຂໍ້ນີ້……………...ໃຫ້ວາງເຈຕທັງຈິຕ
ປົງວາດລົງເປັນກາງໆ …….ຕໍ່ກາຣມີທັງດີຮ້າຍ
ຫາກເຫັນແຟນດີແລ້ວ……..ຈົ່ງທຳປະກອບສ່ວນ
ຫາກທຳຊົ່ວຈົ່ງຊ່ວຍຊ້ວນ…..ຊວນໃຫ້ຖືກທາງ

ນີ້ຄືຄວາມຮັກແບບເບື້ອງ……ພຸທທະທ່ານຊົງສອນ
ຊາຍຍິງຫວັງທາງດີ…………ຮັກຫອມຖນອມໄວ້
ໃຜຜູ້ຫວນເຫັນແລ້ວ………...ຈະເຣີນດີສັກສີເດັ່ນ
ຄວາມຮັກໃສໃນໂລກນີ້………ຫາໃສແທ້ເທົ່າຮັກຈິງທ່ານເອີຍ
----
ມດຕາໃຈກໍ່ເກື້ອ..........ຫວັງດີ
ຮັກດວ້ຍໃຈໄມຕີ...........ຊື່ນຊ້ອຍ
ຈິດກະສັນຜູກໝັ້ນ..........ໄປ່ວາງ
ຫວັງຮັກຫວັງຢູ່ສ້າງ.........ໝາຍປອງ

ໃຈເອີຍໃຈຂ້າຮັກ...........ສຸດຊວງ
ເໜືອສິ່ງຄຳແຫນຫວງ......ຫວ່ງຫ້າມ
ຮັກເຈົ້າດວ້ຍຫົວໃຈ.........ປຖນາ
ຮັກຍອດຫຍິງສຸດຊີວາ......ມິທຳລາຍ
ໂດຍວາໂຍ

ไม่มีความคิดเห็น: