วันจันทร์ที่ 21 เมษายน พ.ศ. 2551

ຄືບຸກຄົນຜູ້ປະເສີດ

ລູກຊາວດອນ
- ອັນວ່າຕົວບາບນີ້………………..…ບໍ່ສະເພາະແຕ່ບຸກຄົນ
ມັນສາຣະວົນຮອດນຳພຣະ..………………ຊົ່ວຊາມເອົາຮ້າຍ
ຫາກທັງຫຼາຍເຫັນຮູ້……………………….ບັນຊາໂຕໃຫ້ພົ້ນເດັ່ນ
ຣະງັບກັມຣະງັບເວນສ້າງຕົນເອງໃຫ້ພຸ່ງພົ້ນ..ເປັນຄົນລ້າພຣະກໍດີ(ໝາຍຄວາມວ່າຄົນລ້າກໍເປັນພຣະໄດ້)
- ອັນທີ່ວ່າພຣະນີ້………………..….ປະເສີດວາຈາໃຈກາຍ
ບໍ່ບຽດບຽນທຳລາຍ……………….......……ດັ່ງໂຈນໃຈຮ້າຍ
ພຣະທັມກັບກາຍເປັນເຣື່ອງ……………….…ຊາວໂລກັນເຂົາຕັ້ງຕໍ່
ໃຜບໍ່ຮູ້ຄ່ານັ້ນ……………………………….ພຣະທັມໝັ້ນກໍຢູ່ຄົງ(ທັມມະປະຈຳໂລກ ບໍ່ແມ່ນຂອງໃຜ ບໍ່ມີໃຜຮູ້ ບໍ່ມີໃຜປະຕິບັດ ພຣະທັມກໍຕັ້ງຢູ່ຢ່າງນັ້ນ)
- ທັມມະປັນສິ່ງກໍ່ເກື້ອ………………..ປະເສີດຢູ່ສູງສຸດ
ເປັນຄ່າຄຸນຂອງມະນຸດ……………………..ໃຫ້ເດັ່ນສູງສັກສີເຊື້ອ
ໃຜຖືຄອງພຣະທັມແທ້………………………ກາຍຈາກຄົນເປັນພຣະເດັ່ນ
ຄັນບໍ່ຕາມບາດເບື້ອງ………………………..ຄຸມເຫຼືອງລ້າກໍເທົ່າຕໍ
- ພຣະນັ້ນເປັນໜໍ່ແທ້………………..ສັມມາພາກໂພທິຍານ
ນຳເອົາທັມຂອງພຣະອົງ……………………ສົ່ງໃຈເຖິງໃຈໄດ້
ຫາກວ່າໃຈປະສົງສ້າງ………………………ຄຳສອນພຸດທະບາດ
ແມ່ນແຕ່ຫົວດຳເຫຼື້ອມເຄົ້າເມົ້າ……………… ເຖິງກາຍເສົ້າກໍເປັນພຣະຈິງ
- ເປັນພຣະແທ້ນັ້ນຈະເປັນໄດ້………...ຢູ່ທີ່ເຈຕນ໌ກັບຈິດ
ທັງປັນຍາແນວຄິດ…………………………..ພ້ອມພໍ່າວິຊາຈາຣະນາພ້ອມ
ຄວາມສຳຣວມວິຊາຊານລົ້ນ…………….……..ຈິດກຸສົນສູງສົ່ງ
ພຣະນີ້ຄົງທ່ຽງໝັ້ນ……………………..…….ບໍ່ເຟືອນຟົ້ງດັ່ງຟອງ
- ໃຜທີ່ເປັນພຣະແທ້………………….ຕັ້ງຢູ່ໃນຄອງ
ທຳກິດຈະການຕາມຫຼັກ……………………..ເຫດຜົນສາກົນຕັ້ງ
ໃຜບໍ່ຢຸດໃຈຢັ້ງ………………………………..ຄວາມທຸກຂັງໃຫ້ຕົກຫຼົ່ນ
ຕົນກໍຕົກຕ່ຳດ້ອຍ…………………………….ຣາຄາດ້າມຕ່ຳກວ່າຫອຍ
- ພຣະອົງມອບພາຣະໄວ້……………..ໃຫ້ໝູ່ມວນມະນຸດ
ບໍຣິສັດຈະຕຸພັກ……………………………..ພວກສົງສັງຄາຄໍ້າ
ພິກຂຸນີພຽງພ້ອມ……………………………ທຳການງານໃຫ້ລຸລ່ວງ
ອຸປະສົກອຸປະສິກາພຽນພໍ່າສ້າງ………………ໃຫ້ຄົງຄໍ້າຄູ່ສະຖຽນ
- ພາຣະນີ້ບໍ່ມອບໃຫ້…………………ພວກໃຈຊົ່ວສາມານ
ມີເຈດຈິດອັນທະພານ………………………ໝົ່ນໝອງຄອງຊໍ້າ
ທຳກັມການງານຫຍັງກໍເສົ້າ………………….ກຸສົນຜົລບໍ່ສູງສົ່ງ
ພາຣະສູງສືບສ້າງ………………………….ບໍ່ມີໄດ້ເທົ່າເມັດງາ
- ພຣະທີ່ວ່າຕ້ອງກ້າ…………………ກະທຳສ່ວນການກຸສົນ
ຮູ້ເຫດການຄວາມດີ………………………..ເສັ້ນທາງທຽວດັ້ນ
ມະນຸດຄົນຄວນຄົ້ນ…………...…………… ທຳຕົນໃຫ້ປະເສີດ
ພຣະຈຶ່ງເກີດຂຶ້ນໄດ້…………..……………..ນຳຕົນ-ນຳຄົນເຂົ້າສູ່ນິພານ
- ພຣະ ຄືຊື່ພອນ(ພຣ)ປະເສີດແທ້……ຊາວໂລກຄວນຄຳນັບ
ຈັບໃຈຄວາມພໍງາມ…………………………ໃຫ້ຮຸ່ງເຫັນປະຈັກແຈ້ງ
ຖ້າວ່າທິດຖີເສົ້າ…………………………….ຄວາມເຫັນເງົາມພໍຫຸ່ມຫູ່
ບໍ່ຄວນຈັກກ່າວອ້າງ………………………...ໃຫ້ຄົນຮູ້ຢາກອາຍ(…………….)
(ບໍ່ຄວນຈະອ້າງວ່າພຣະເລີຍ ຢາກອ້າຍເຂົາ)
ກັມບາງກັມລະງັບໄດ້....................ມີຢູ່ສອງກັມ
ກັມຊົ່ວມົວເມົາຫຼົງ........................ຢ່າທຳມັນຊິເສົ້າ
ກັມດີທໍາໄປທ້ອນ.........................ຢ່າຫຼົງຫຼອນໄປຕາມເພີ່ນ
ທໍາກໍັມດີໃຫ້ໂລກກ້າວ...................ເຮົາກໍແຈ້ງຮຸ່ງຈະເຣີນ

ไม่มีความคิดเห็น: