วันจันทร์ที่ 21 เมษายน พ.ศ. 2551

ວຽງຈັນ

ອັນວ່າວຽງຈັນນັ້ນ ກວ້າງໃຫຍ່ມະຫາສານ
ຍາວຕາມລຳນ້ຳຂອງ ລຽງລົງທາງໃຕ້
ຂ້າມຝັ່ງຂອງໄປເຖິງພຸ້ນ ເມືອງໂທພັນພ້າວ
ຍາວນັບແຕ່ບ້ານເກົ້າລ້ຽວ ເຖິງບ້ານສາລາຄຳ

ສ່ວນວ່າທາງຝ່າຍກ້ຳ ທາງດິນຖິ່ນກຳເນີດ
ນຳແຕ່ບ້ານທ້າງ ລຽບໃສ່ນ້ຳສັກ
ລັດໃສ່ຮອງໄກ່ແກ້ ເທົ້າເຖິງຮອງແຊງພຸ້ນ
ບຶງທາດຫຼວງຂວາງໄວ້ ຍາວຫຼາຍເມືອງໃຫຍ່
ຂໍເຊິນໄປຢາມຢ້ຽມຕາມໃຫ້ທົ່ວເຖິງ ທ່ານເອີຽ

ไม่มีความคิดเห็น: