วันจันทร์ที่ 21 เมษายน พ.ศ. 2551

ວຽງຈັນວຽງຄຳ

ອັນວ່າວຽງຈັນນັ້ນ.................................ມີນາມວ່າຈັນທະບູຣີ
ບໍ່ແມ່ນເມືອງໄຜ່ໜາມ.............................ດັ່ງທີ່ຈາດອກເດີທ້ານ
ອັນວ່າເມືອງໄຜ່ໜາມນັ້ນ.........................ພະຍາເພົາເນົານັ່ງ
ເມືອງຈັນທະບູຣີທີ່ວ່ານີ້............................ພະຍາເຝົ້າຕ່າງຄົນ ກັນແລ້ວ

ດັ່ງທີ່ປະຫວັດສາດເວົ້າ...........................ເຂົາກ່າວໃຫ້ເຫັນຫຼັກ
ຫຼັງຈາກເຈົ້າຟ້າງຸ່ມລົງມາ.........................ຈາກເມືອງຊຽງທອງພຸ້ນ
ກໍມາເນົາໃນຫ້ອງ....................................ຈັນທະບູຣີນະຄອນຣາຊ
ກໍສັ່ງໃຫ້ຂຸນບາທ້າວ................................ສົ່ງສານນ້ອມ ເຈົ້າໄຜ່ໜາມ

ເມື່ອນັ້ນ ພະຍາຫຼວງເຈົ້າ..........................ນາມວ່າເພົາເນົານັ່ງ ນະຄອນນັ້ນ
ອ່ານສານຮູ້ເຫດເຣື່ອງ.............................ກໍເຂັງເຂັ້ມຕໍ່ອ່ອນຍອມ
ເພາະວ່າເມືອງພຣະອົງນັ້ນ.........................ມີກໍໄຜ່ເປັນກຳແພງ
ສັດຕູມານບໍ່ຫານຮົບ................................ຕ່ອຍຕີພຣະອົງໄດ້

ເຖິງວ່າອົງກະສັດໄທ້................................ຣາຊາຟ້າງຸ່ມ ກໍຕາມທ້ອນ
ມີຣິດເດດອຳນາດກ້າ................................ກໍຂໍທ້າບໍ່ອ່ອນຍອມ
ອັນວ່າອົງກະສັດໄທ້..................................ກໍແຕ່ງທັບນະຄອນຫຼວງ
ຈາກຈັນທະບູຣີນະຄອນຄາມ.........................ສູ່ໃຜ່ໜາມເມືອງນ້ອຍ

ສ່ວນວ່າຣີພົນເຈົ້າ......................................ກະສັດຕາຟ້າງຸ່ມ
ຫຸ້ມຫໍ່ອັດ ແລະ ລ້ອມ....................................ເມືອງໄຜ່ນາມໄວ້ທຸກທາງ
ຕັ້ງຫາກຫຼາຍວັນມື້.....................................ທະຫານເກີກ້າແກ່ນ
ພະຍາເພົາສັ່ງຫ້າມ....................................ບໍ່ຍອມສູ້ອອກເສິກ

ເຈົ້າຟ້າອ້ອມແດນໄວ້.................................ຫຼາຍວັນຄອງຢູ່
ກໍບໍ່ໄດ້ຮົບຮູ້............................................ກໍເລີຍໄດ້ຍົກທັບຖອຍ
ກັບມາຍັງວັງວຽງກວ້າງ...............................ນະຄອນຫຼວງຈັນທະຣາຊ
ເໝືອນກັບບໍ່ສູ້..........................................ຖອຍມາຢັ້ງຢູ່ນະຄອນ

ຫຼັງຈາກນັ້ນພຣະອົງໄດ້...............................ຕັດສັ່ງເສນາ
ໃຫ້ໄຂໂຮງພະຄັງຫຼວງ................................ຫຼໍ່ສອນຄຳໄວ້
ແລ້ວເອົາໄປຍິງເຂົ້າ...................................ໃນກຳແພງກໍໄຜ່
ຊາວເມືອງອອກມາເຫັນແລ້ວຢາກໄດ້................ກໍຖາມເຂົ້າເອົາສອນ

ບໍ່ພໍເທົ່າໃດມື້............................................ຕົ້ນໄມ້ໄຜ່ກໍແຫ້ງຕາຍ
ໄດ້ຣືກງາມຍາມດີ......................................ພຣະອົງຊົງຕັດໃຫ້
ທະຫານເອົາໄຟເຂົ້າ....................................ສຸມກຳແພງໄມ້ໄຜ່
ໄຟກໍໄໝ້ກຳແພງມວດມ້ວຍ............................ກຳແພງກ້ຽງເປົ່າແປນ

ນັບແຕ່ນັ້ນ ອັນວ່າພຣະເຈົ້າຟ້າ........................ກໍສະເດັດນັ່ງເມືອງໄຜ່ໜາມ
ປ່ຽນນາມເປັນເມືອງວຽງຄຳ..............................ຕັ້ງແຕ່ຄາວບັດນັ້ນ
ອັນວ່າວຽງຄຳນີ້............................................ຢູ່ແຂວງວຽງຈັນແຄມນ້ຳງື່ມ
ຈາກວຽງຈັນເຈັດສິບກິໂລແມັດຖ້ວນ....................ຄວນໄປສ້າງສືບສວນ ທ່ານເອີຍ

ไม่มีความคิดเห็น: