วันจันทร์ที่ 21 เมษายน พ.ศ. 2551

ຄິດຮອດຈຳປາແດງ

ກະວີກອນກາບນີ້..........................ຂຽນສົ່ງເຖິງຈຳປາແດງ
ຜູ້ຈາກໄປນານເຫິງ.......................ຫ່າງໄກໄລຈ້ອຍ
ຫ້ອງກະວີກໍຫງອຍເສົ້າ.................ເຫງົາລົງຈົນເກືອບງຽບ
ເຖິງຊິມີຜູ້ເຂົ້າ..............................ມາຂຽນເພີ່ມກໍບໍ່ຄື

ຈຳປາແດງເຫີນຫ່າງຕົ້ນ................ໃບຫຼົ່ນໃນຍາມໜາວ
ລໍເຖິງຄາວຍາມຝົນ......................ດອກຈຶ່ງບານຊັ້ນບໍເຈົ້າ
ປະໃຫ້ອິນລາວເສົ້າ......................ກອນເຫງົາເກືອບຍົກເລີກ
ໂຕນ້ອຍ, ຫຳນ້ອຍເສົ້າ................ບັກຄວາຍພ້ອມກໍເຫງົາ

ພ້ອມທັງສາວຜູ້ບໍ່ເຖົ້າ..................ຫ້າສິບປີເປັນສາວຢູ່
ຫານຸມາານໝູ່ເຈົ້າ......................ຍັງຄອງຖ້າຢູ່ອິນລາວ
ຢາກຕໍ່ກອນກະວີຫວານ...............ແບບຜຍາສຳນວນນັ້ນ
ສາຣະວັນຄອນສະຫວັນພ້ອມ.........ຕັງຫວາຍຄຳກໍຍິນມ່ວນ ຫາກວ່າຍິນຜູ້ຂ້າຂຽນນີ້ຈົ່ງຕອບມາ ແນ່ເດີ
(ຈຳປາແດງໄປໃສແລ້ວ)

ไม่มีความคิดเห็น: