วันจันทร์ที่ 21 เมษายน พ.ศ. 2551

ຄຸນຄ່າຂອງເລກສູນ

- ເລກສູນໜ່ວນມົນໆນີ້…………………………ບໍ່ມີຄ່າໃນຄວາມໝາຍ
ຄົນທັງຫຼາຍຮຽກວ່າສູນ………………………..ເປົ່າແປນປານຟ້າ
ຫາຄ່າຄຸນບໍ່ມີໄດ້………………………………ສູນຫາຍໄກຈາກ
ໃນເມື່ອສູນຕັ້ງຖືກມ້ອງ………………………...ສູນຈັກຕ້ອງເດັນດັງ
- ເລກສູນເອົາໄປຕັ້ງ……………………ໂດດດ໋ຽວປ່ຽວພອຍ
ສູນກໍວອຍວອຍສູນ…………………………….ບວກລົບຄູນຍິ່ງສູນຊໍ້າ
ສູນໜ່ວຍດຳໜ່ວຍກ້ຽງ………………………...ກໍສູນເສັຍໝົດທ່າ
ຫາກວ້່າສູນຄວນຄ່າລົ້ນ………………………..ສູນກໍຕ້ອງເດັນດັງ
- ເລກສູນພັນໝື່ນລ້ານ………………….ຕັ້ງຢູ່ລຽນກັນ
ສູນບໍ່ມີຄວາມສຳຄັນ……………………………ຍິ່ງສາບສູນສຸດສິ້ນ
ຫາກວ່າສູນຍິນດີດ້ວຍ………………………….ສັງຂະຫຍາຢູ່ຫຼັງໜຶ່ງ
ມີເລກສູນເກົ້າໜ່ວຍຕັ້ງ………………………...ກໍເຕັມຕື້ຕື່ມຈຳນວນ
- ຄົນທັງຫຼານຫຼຫລ້ວນ………………….ຢາກມີຄ່າຣາຄາສູງ
ຕ້ອງກສ່າງສູນຄຸນຄວາມດີ……………………..ເດີນຕາມພະທັມຊີ້
ເດີນຕາມວິຖີປະຊາເຊື້ອ………………………..ພັກນຳພາປະເທດຊາດ
ສະແຫວງຫາຄວາມສະຫຼາດຮູ້………………….ສະສົມໄວ້ໃຫ້ມາກມວນ
- ຄົນທັງຫຼາຍຫຼາກລ້ວນ…………………ຍ່ອມເຮັດຖືກເຄີຍທຳຜິດ
ເຄີຍທຳຊົ່ວຢ່າມົວຄິດ…………………………..ວ່າຕົນສູນສິດແລ້ວ
ຫາກວ່າຈິດໃຈພ້ອມ……………………………ຄຸນະທັມປະສົງຢູ່
ກອບກູ້ເອົາສິ່ງທີ່ດ້ວຍຄ່ານັ້ນ……………………ໃຫ້ສູງລົ້ນພົ່ນຂະຫຍາຍ
- ຄົນເຮົາທຸກສ່ຳຊັ້ນ…………………….ສາມາດສົ່ງເສີມຕົນ
ມີສິດສູງສິເໝີກັນ………………………….ສ້າງຄ່າຄຸນໃຫ້ສູງດົ້ວ
ຫາກວ່າຫຼົງຜິດແລ້ວ……………………………ຈົ່ງຫວນຄືນກບຕົວໃໝ່
ປ່ຽນທັງກາຍກັບທັງໃຈປະນິທານພ່ຳພ້ອມ ………ປະຕິບັດດ້ວຍຊ່ວຍພລັງ ທ່ານເອີຍ

ไม่มีความคิดเห็น: