วันจันทร์ที่ 21 เมษายน พ.ศ. 2551

ຈະເປັນພຣະຫຼືເປັນແພະ

ໂດຍ ຫາ
- ເປັນພຣະຄັນວ່າໃຈບໍ່ທ່ຽງໝັ້ນ........................ຈັກເປັນແພະໃນທັນທີ
ຄັນເປັນພຣະບໍ່ຈັກແກະ....................................ກິເລສເຜົາສຸມຖິ້ມ
ໃຈບໍ່ຄົງສະຖຽນໝັ້ນ........................................ສະເໝີເສົາສຸເມຣາຊ
ກໍຈັກກາຍເປັນກ້ອນເສົ້າ...................................ໃຫ້ເຂົາຄ້າງໝໍ້ດັງໄຟ
- ຄັນເປັນພຣະປະເສີດລໍ້າ................................ມີມວນມາກອັກໂຂ
ພຣະເປັນພຣະຄົນເປັນພຣະ...............................ມາກມາຍຫຼາຍລົ້ນ
ກຸສົນທັມທາງທັມມີໄວ້.......................................ໃຫ້ຄົນເປັນພຣະທີ່ປະເສີດ
ອະກຸສົນບາບໃບ້.............................................ທຳໃຈເສົ້າຊົ່ວຊາມ
- ພຣະຄືພຣະມາກລົ້ນ......................................ເຫຼືອຫຼາກຄະນານັບ
ເຮັດດ້ວຍດິນເຜົາຊີມັງຫີນ...................................ກົ່ວຊືນທອງທອງຄຳໄມ້
ຄົນກໍສົນໃຈໄຫວ້.............................................ສັດທາຈິງທາງຊອບ
ເປັນພຣະຄົນເນົາອາວາດສ້າງ..............................ທຳໃຈແຈ້ງກໍມາກມາຍ
- ໃຜເປັນພຣະພຣະແມ່ນໃຜ................................ທ່ານອາດຮູ້ສອດສ່ອງສໍຣະຍານ
ໃຜມີທັມທັມຢູ່ກັບໃຜ...........................................ອວດກັນບໍ່ມີໄດ້
ປາກກັບໃຈກາຍນີ້.............................................ເໝືອນກັນບໍ່ແຕກຕ່າງ
ໃຜຜູ້ເຫັນຫ່ອມເລື້ອງ..........................................ຈະເຣີນຂຶ້ນບໍ່ເສື່ອມຖອຍ
- ຈິດໃຈຄົງທ່ຽງໝັ້ນ...........................................ຮຽກວ່າພຣະທາງວຸດທິ(ວຸດທິພາວະ)
ມີທັມທຽມຖະໜອມຮັກ...........................................ເປັນພຣະຈິງປັນຍາກວ້າງ
ມີພຣົມມະວະຫາຣະທັມພ້ອມ....................................ຄຸນະທັມສູງສົ່ງ
ອັນນີ້ເປັນພຣະແທ້................................................ພຸດໂທເຈົ້າຍົກສູງ
- ພຣະຕ້ອງເປັນຜູ້ເດີນອອກໜ້າ...............................ຊີ້ມັກ-ນຳທາງຜົລ
ຊີ້ເສັ້ນທາງແຖວສະຫວັນ........................................ໃຫ້ໝູ່ຄົນຫຼຸດພົ້ນ(ຫຼຸດຈາກຄວາມທຸກກາຍທຸກໃຈ ບໍ່ແມ່ນເພີ່ມ)
ໃຜຜູ້ນຳຄົນລ້ວນ.................................................ຫຼົງທາງບາບຈັກແກ່
ໝໍ້ນະຣົກເປີດປະຕູໄວ້...........................................ຄອງຕົ້ມພຣະບໍ່ຈິງ ທ່ານເອີຍ

ພຣະຕ້ອງເດີນທາງສາຍການ(ມັດຊິມະປະຕິປະທາ) ຄືຮູ້ຈັກສ້າງ, ຮູ້ຈັກສາ, ຮູ້ຈັກກ່າວ, ຮູ້ຈັກແກ້, ຮູ້ຈັກສູ້, ຮູ້ຈັກຖອຍ, ຮູ້ຮອບທິດ ຊີວິດພຣະສົມບູນ ຄົນດາຍກໍເປັນພຣະໄດ້.



ไม่มีความคิดเห็น: