วันศุกร์ที่ 25 เมษายน พ.ศ. 2551

ຄິດກ່ອນທຳຈຶ່ງນຳມາເວົ້າ

ຢາກໄດ້ດີ ບໍ່ທຳດີ ນັ້ນບໍ່ໄດ້
ມັກຈົນໄຮ້ ຫາຄວາມດີ ສັກສີຫາຍ
ຢາກໄດ້ດີ ດີແຕ່ເວົ້າ ກໍເປົ່າດາຍ
ເວົ້າຈົນຕາຍ ຫາຄວາມດີ ບໍ່ມີເລີຍ
ອັນຄວາມດີ ດີແທ້ ບໍ່ຕ້ອງຫາ
ແຕ່ຫາກວ່າ ຕ້ອງສ້າງດີ ໃຫ້ປາກົດ
ອັນຄວາມດີ ບໍ່ເຄີຍບ້ຽວ ທໍຣະຍົດ
ບໍ່ຄິດຄົດ ກັບຄົນດີ ທີ່ທຳຈິງ
ການຄິດດີ ວາຈາຈິງ ຍິ່ງສັກສິດ
ເວົ້າຄວາມໃດ ກັ່ນກອງກ່ອນ ຈາກຄວາມຄິດ
ສ້າງສະສົມ ປັນຍາຍານ ຖານຊີວິດ
ປັດຈາມິດ ສັດຕູມານ ບໍ່ໝາຍໃຈ
ການກະທຳ ສະແດງເຖິງ ເຊິ່ງຈິດເຈດ
ມີຕົ້ນເຫດ ເຄົ້າມູນ ຈາກຄວາມສັດ
ຄວາມຄິດດີ ການກະທຳ ຍ່ອມເດັ່ນຊັດ
ເວົ້າຈາມັດ ປົກປ້ອງ ຍ້ອງຜົນງານ
ອັນວາຈາ ແນວຄວາມຄິດ ການກະທຳ
ຍ່ອມຊັກນຳ ຄວາມສຳເຣັດ ດັ່ງໃຈໝາຍ
ໃຜວ່າຊົ່ວ ຄວາມຊົ່ວນັ້ນ ກໍເປົ່າດາຍ
ຜົນງານກາຍ ເຫັນປະຈັກ ສະຫຼັກດີ

ຜູ້ຂຽນ: ha
ເມື່ອວັນທີ່: 25/4/08 12:54
ຈາກ: ວຽງຈັນ
ອາຊີບ: ຫວ່າງງານກໍໄດ້
ງານອະດີເລກ: ຂຽນກອນ ອ່ານໜັງສື ທ່ອງທ່ຽວຫາຄົນເຊື້ອຊາດລາວ

RE: ຄິດກ່ອນທຳຈຶ່ງນຳມາເວົ້າ Ammata [25/4/08 21:51]
ເຖິງ: ha
ອັນມນຸສ.......ສຸດປະເສີດ.......ກຳເນີດມີ
ຮ່າງກາຍດີ.......ອົງຄະມີ.......ຄົບປະກອບ
ຈິຕວິນຍານ.......ມັນສມອງ.......ຢ່າງຊື່ນຊອບ
ລ້ວນມີຂອບ.......ເຂດກຳນົດ.......ກົດເກນດີ

ມີສມອງ.......ຕຶກຕອງຄິດ.......ຜິດຖືກຕ້ອງ
ແລ້ວກັ່ນກອງ.......ແນວຖືກຕ້ອງ.......ໃຫ້ເກີດມີ
ຕັດສິນໃຈ.......ໄຝ່ກະທຳ.......ແຕ່ສິ່ງດີ
ເພາະຍັງມີ.......ຄົນດີດີ.......ທີ່ຄອຍເຫັນ

ອັນວາຈາ.......ຜົ່ນອອກມາ.......ໃຫ້ຄົນຍິນ
ໃຫ້ມີສິນ.......ກິນໄດ້ນານ.......ບໍ່ລຳເຄັນ
ລັ່ນຄຳໃດ.......ໃຫ້ຄົນຟັງ.......ດັ່ງນຶ່ງເປັນ
ເຊັ່ນດອກໄມ້.......ໃຫ້ຄົນໄວ້.......ຊູບູຊາ

ຢ່າຂົ່ມເພິ່ນ.......ຍົກຍໍໂຕ.......ໂຄໂອ້ອວດ
ເຂົາຈະສວດ.......ເຂົາຈະຫຍາມ.......ນາມໂຕໜາ
ຖືຕົນເດັ່ນ.......ເກີນມນຸສ.......ເກີນມະນາ
ມັນຈະພາ.......ໂຕບັນລັຍ.......ມອດມ້ວຍລົງ

ໃຫ້ຮັກເພິ່ນ.......ດັ່ງນຶ່ງເຊັ່ນ.......ສັນພີ່ນ້ອງ
ຢ່າຂັດຂ້ອງ.......ປອງແນວຜິດ.......ຄິດໃຫ້ຫລົງ
ຖືຄ່າຄົນ.......ໃຫ້ເໜືອອື່ນ.......ຢ່າງສູງສົ່ງ
ຢ່າງຸນງົງ.......ລຸ້ມຫລົງຕົນ.......ຈົນເກີນໄປ

ອັນສາມາດ.......ປ່າວປະກາດ.......ສິ່ງຕົນຮູ້
ເປັນເຊີງຂູ່.......ເຊີງປັນຍາ.......ຕົນມາກຫລາຍ
ເຖິງກັບຍໍ.......ແຖມຍັງຍົກ.......ຕົນສູງໄວ້
ດີເກີນໄປ.......ໃຫ່ຍເກີນຄົນ.......ພົ້ນໂລກາ

ຈົ່ງເຫັນແກ່.......ແຜ່ເມດຕາ.......ມະຫາຈິຕ
ປັນຄວາມຄິດ.......ຢ່າງສ້າງສັນ.......ກ່ອນເຖີດໜາ
ຢ່າຫວັງສິ່ງ.......ແນວຕອບແທນ.......ໃດເໜືອກ່ວາ
ແລ້ວຈະພາ.......ຕົນສຸກໃຈ.......ສະບາຍເອີຍ

ອັມມະຕະ

RE: ຄິດກ່ອນທຳຈຶ່ງນຳມາເວົ້າ ha [26/4/08 12:13]
ເຖິງ: Ammata
ອັມມະຕາ.............ວາຈາຈິງ..............ຈຳນົງເຈດ
ເບິ່ງຕົ້ນເຫດ.........ສັບພະສິ່ງ.............ອ້າງອິງຜົນ
ອັນແນວຄິດ.........ປັນຍາຍານ.............ສຳນານລົ້ນ
ເຫດສິ່ງໃດ.........ຍ່ອມເລີດລົ້ນ...........ຜົນທະວີ

ກອນທ່ານຂຽນ......ລຽນອັກສອນ..........ປ້ອນຄຳຄິດ
ຂຽນອອກມາ........ຈາກໃຈ.................ບໍ່ເບືອນບິດ
ແມ່ນຄຳໃດ..........ຕັ້ງເຈດ.................ຈຳນົງຄິດ
ນີ້ຄືທິດ...............ຊີ້ທາງທຳ...............ນຳທາງບຸນ


ไม่มีความคิดเห็น: