วันศุกร์ที่ 25 เมษายน พ.ศ. 2551

“ ສາວມະຫາໄລສອບບໍ່ໄດ້ໃນວິຊາຮັກ ”

“ ສາວມະຫາໄລສອບບໍ່ໄດ້ໃນວິຊາຮັກ ”
2 ທ່ານໄດ້ໃຫ້ຄະແນນ: 5.00

ວັນທີ່ນາງຢ່າງເຂົ້າ…….....….…….ກ້າວຢຽບມະຫາໄລ
ເປົາຫມາຍນາງຄືຮຽນ………..…….ບໍ່ບິດບຽນຝືນຂໍ້
ກົດມະຫາໄລຕັ້ງ…………..……….ການຮຽນຕ້ອງຄົບສູດ
ທຸກວິຊາຜ່ານໄດ້…………..………ຈິ່ງຊິໃຫ້ປະລິນຍາ ວ່າເດ!

ທຸກວັນນັ່ງໃນຫ້ອງ………….....….ນາງກໍ່ສຸມໃຈຮຽນ
ພາກພຽນຟັງຄຳຄູ…………..…….ຈົນວ່າເສັງຜ່ານພົ້ນ
ປີສອງວົນວຽນເຂົ້າ…………..……ວິຊາຮຽນອ່າວຍາກ
ຄົ້ນຄວ້າຫນັກຫນ່ວງລ້ຳ……………ຫວັງໄດ້ຄະແນນດີ

ແຕ່ວ່າໃນປີນີ້………….….....…ມີວິຊາແປກມາ
ນັ້ນຄືວິຊາຮັກ…………….…….ອ່ານຕຳລາຍັງງົງແລ້ວ
ແນວນາງບໍ່ເຄີຍຮູ້………….…..ວິຊາຮັກມາກ່ອນ
ຄູສອນເພີ່ນພັດເວົ້າ…………….ຫວານຈ້ອຍປ່ອຍຄາລົມ

ນາງກໍ່ທຸ່ມໃຈເຂົ້າ………….....…ຮຽນຕໍ່ຕາມວິຊາ
ປາຖະຫນາຮຽນຈົບ…………….ຄົບຕາມຫນ່ວຍກິດຕັ້ງ
ຈົນມາເຖິງຕອນທ້າຍ…………..ປາຍປິປິດພາກ
ວີຊາຮັກຕີວເລື້ອຍ……………..ແຕ່ບໍ່ພົ້ນເມື່ອເສັງ ເວນເອີ໋ຍ!

ຫລາຍວິຊາເຄີຍເວົ້າ………..…..ວ່າຍາກເຫລືອຫລາຍ
ໄຕມູມທັງເຄມີ…………......……ທິດສະດີຈົ່ມຍາກລ້ຳ
ແຕ່ເມື່ອຕິວຫລາຍຄັ້ງ…….....…..ໄປເສັງຍັງພໍຜ່ານ
ວິຊາຮັກຮຽນງ່າຍແທ້………...….ແຕ່ຍາກລົ້ນເມື່ອເສັງ

ປີ 2-3 ແລ່ນຂ້າມ……....….….ປີ4ຊິວຽນມາ ແລ້ວເດ!
ນາງຍັງຕິດວິຊາ………...….….ຕຳລາຮັກຄົງຄ້າງ
ເຮັດແນວໃດນາງຊິໄດ້……...….ປະລິນຍາກັບຕ່າວ
ຫນວ່ຍກິດຕິດຫນີ້ໄວ້………...….ແກ້ບໍ່ໄດ້ຮັກຖືກລືມ ອຸກໃຈເດ!

ຜູ້ຂຽນ: tonoy
ເມື່ອວັນທີ່: 20/4/08 10:48
ຈາກ: ຊຽງຂວາງ
ອາຊີບ: ນັກສຶກສາ
ງານອະດີເລກ: ຂຽນກອນຫລືບົດບັນທຶກ

ไม่มีความคิดเห็น: