วันศุกร์ที่ 25 เมษายน พ.ศ. 2551

ອ່ວຍພອນປີໃໝ່ທີ່ຜ່ານໄປ

ອ່ວຍພອນປີໃໝ່ທີ່ຜ່ານໄປ
3 ທ່ານໄດ້ໃຫ້ຄະແນນ: 5.00

ວາຣະດີຖີປີໃໝ່ນີ້....................ຂໍອວຍພອນໄຊ
ໃຫ້ນັກກອນທັງໝົດ.................ທຸກຄົນທີ່ຄວນໄດ້
ມີອາຍຸຍືນຍົງໝັ້ນ.....................ຍ່າເຟືອນເພພັງງ່າຍ
ວັນນະງາມຢູ່ເລື້ອຍ..................ຄຽງພ້ອມອາຍຸຄົງ

ຂໍໃຫ້ໃສຄົ້ງມົ້ງ........................ສະເໝີດັ່ງມີນີນິນ
ສຸກຂັງຄວາມສົດໃສ..................ຢ່າບ່ຽງແບນເປັນຮ້າຍ
ພະລັງກາຍກໍແຂງເຂັ້ມ................ພະລັງໃຈກ້າແກ່ນ
ພະລັງພົນມາກລົ້ນ.....................ທຳງານພ້ອມຊ່ວຍແຮງ

ອັນນີ້ ຂໍໃຫ້ພອນບ່ອນແຈ້ງ..........ຊາວໂລກຕ່າງຍິນມັກ
ຄືອນເງິນຄຳຂອງ......................ມາກມາຍຫຼາຍຄົ້ນ
ສາກົນຄວນຄວນຮູ້....................ຢາກໄດ້ພອນຈົ່ງທຳຕໍ່
ຊິຂໍຊີ້ສ່ອງໃຫ້..........................ເປັນພອນລ້ຳຄ່າເງິນ

ມີເງິນຫຍວນໃຫ້ມີເຕັມຫີບ
ມີເງິນກີບໃຫ້ມີເຕັມຂັນ
ມີເງິນໝັນໃຫ້ມີເຕັມພາ
ມີເງິນໂດລາຣ໌ໃຫ້ມີເຕັມໂອ
ມີເງີນຢູໂຣໃຫ້ເຕັມເຣືອນເຕັມຊານ

ຫາກມີຫຼາຍເຫຼືອລົ້ນ ຢ່າເອົາໄວ້ຕົນມັນຊີຢາກ
ຕ້ອງເອົາຝາກມ້ຽນໄວ້ ໃນທະນາຄານພຸ້ນບ່ອນປອໄຟ

ທະນາຄານ ຈົ່ງ​ຄວນໃຊ້ ມີຢູ່ສອງທະນາຄານ
ຄືທະນາຄານຊາດນີ້ ແລະ ທະຄານຊາດໜ້າ ຄວນຮູ້ສ່ອງທາງທ່ານເອີຍ.

(ຢາກແຕ່ງໃຫ້ຄັກໆ ຍາວໆ ແຕ່ເວລານ້ອຍ ເອົາຊ່ຳນີ້ກ່ອນເດີພີ່ນ້ອງ ຄັນຊິໃຫ້ສົມບູນຈົ່ງ ຂໍໃຫ້ແຕ່ຕໍ່ແນ່ ເວລານ້ອຍແທ້ໆເດີມພີ່ນ້ອງ)

ຜູ້ຂຽນ: ha
ເມື່ອວັນທີ່: 20/4/08 21:26
ຈາກ: ວຽງຈັນ
ອາຊີບ: ຫວ່າງງານກໍໄດ້
ງານອະດີເລກ: ຂຽນກອນ ອ່ານໜັງສື ທ່ອງທ່ຽວຫາຄົນເຊື້ອຊາດລາວ

ไม่มีความคิดเห็น: