วันศุกร์ที่ 25 เมษายน พ.ศ. 2551

ຊຽງໝ້ຽງແຂ່ງຂັນແຕ້ມຮູບ

ຊຽງໝ້ຽງແຂ່ງຂັນແຕ້ມຮູບ
2 ທ່ານໄດ້ໃຫ້ຄະແນນ: 5.00

ກາລະຄັ້ງໜຶ່ງທີ່ນັກແຕ້ມຜີມືເອກຊາວເມືອງອະໂຍທິຍາ ມາທ້າແຂ່ງແຕ້ມຮູບກັບເມືອງຈັນທະບູຣີ ເພື່ອເອົາເມືອງເປັນ ຮາງວັນ ຖ້າທາງເຈົ້າເມືອງຈັນທະບູຣີຊະນະ ຂອງຮາງວັນທີ່ໄດ້ມາທັງໝົດຈະມອບໃຫ້ເມືອງຈັນທະບູຣີນີ້ໝົດ ຫາກທາງ ເຈົ້າເມືອງຈັນທະບູຣີບໍ່ຊະນະ ຈະເອົາເມືອງທັງໝົດໂດຍນັກແຕ້ມຄົນນັ້ນໄດ້ມີການຕັ້ງກະຕິກາໄວ້ວ່າ:

໑. ແຕ້ມແລ້ວໄວ,
໒. ແຕ້ມແລ້ວສາມາດອະທິບາຍໄດ້.
໓. ໃຊ້ສີໄດ້ຫຼາຍສີ.
໔. ຟອຍແຕ້ມມີພຽງກ້ານດຽວ.
໕. ແພໃຊ້ແຕ້ມຕ້ອງສູງຈາກໜ້າດິນບໍ່ຕໍ່າກວ່າ ໒ ແມັດ.

ເມື່ອພຣະຍາເມືອງຈັນທະບູຣີໄດ້ມີຜູ້ທ້າເຊັ່ນນັ້ນ ກໍຮັບຄຳທ້າທັນທີ ແຕ່ມອງບໍ່ເຫັນໃຜຈະເຮັດໄດ້ດັ່ງກະຕິການັ້ນ ຈຶ່ງເອີ້ນ ຊຽງໝ້ຽງເຂົ້າເຝົ້າ ແລ້ວໃຫ້ຊຽງໝ້ຽງຊອກຫານາຍຊ່າງແຕ້ມຝີມືດີມາສູ້ເຂົາ ເພາະນັກແຕ້ມຄົນນີ້ເກ່ງຫຼາຍເອົາຊະນະ ມາຮ້ອຍຫົວເອັດເຈັດຫົວເມືອງ ເຂົາພຽງແຕ່ເຕັ້ນຂຶ້ນ 9 ຫົນກໍແຕ້ມຮູບໄດ້ທັງງາມທັງລະອຽດ ເມື່ອຊຽງໝ້ຽງໄດ້ຮັບພຣະ ບັນຊາແລ້ວ ກໍກັບເມືອນອນເຮືອນເສີຍມັ່ງຢູ່ ໂດຍບໍ່ຮ້ອນບໍ່ເຄືອງຫຍັງໝົດ ຈົນຮອດວັນແຂ່ງຂັນແຕ້ມຮູບ, ພຣະຍາເມືອງ ອອກສະໜາມແຂ່ງຂັນ, ປະຊາຊົນມາຊົມຄັບຄາໜາແໜ້ນ, ນັກແຕ້ມຕ່າງເມືອງກໍມາຮອດແລ້ວ ຍັງແຕ່ນັກແຕ້ມຂອງ ພຣະຍາຈັນທະບູຣີບໍ່ທັນມາ ທາງພະຍາກໍບອກວ່າໃຫ້ລໍຖ້າກ່ອນຈັກໜ່ອຍ ທັນໃດນັ້ນກໍເຫັນຊາຍຄົນໜຶ່ງແລ່ນມາ ແຕ່ ບໍ່ແມ່ນຊຽງໝ້ຽງ ຫາກເປັນຄົນໃຊ້ຂອງຊຽງໝ້ຽງແຕ່ງມາ ມາຮອດແລ້ວກໍເຂົ້າຄາຣະວະພຣະຍາ ແລ້ວບອກວ່າ "ເປັນ ຊ່າງແຕ້ມທີ່ຊຽງໝ້ຽງຫາມາ" ພຣະຍາຖາມວ່າ "ຊຽງໝ້ຽງເດໄປໃສ ?" ຊ່າງແຕ້ມປອມບອກວ່າ ເຂົາໄປທຳທຸຣະຂ້າງ ນອກ ຈະມາທັນກ່ອນການຕັດສິນແຕ້ມຮູບແນ່ນອນ ທີ່ແທ້ຊຽງໝ້ຽງຢູ່ນຳຝູງຊົນນັ້ນ.

ເມື່ອໄດ້ເວລາແລ້ວ ກໍເຣີ່ມພິທີການແຂ່ງຂັນກ່ອນ ໂດຍໃຫ້ນັກແຕ້ມຈາກອະໂຍທິຍາແຕ້ມກ່ອນ ທາງນັກແຕ້ມ ອະໂຍທິ ຍາຈັບຟອຍແຕ້ມຂຶ້ນແລ້ວ ກໍເຕັ້ນຂຶ້ນພຽງ 9 ຫົນ ກໍເປັນຮູບພຣະຍານັ່ງຢູ່ບັນລັງສວຍງາມ ທັງເໝືອນພຣະຍາປານ ກັບຮູບຖ່າຍ, ຫຼັງຈາກນັ້ນກໍເປັນຜຽນຂອງທາງເຈົ້າເມືອງ ນັກແຕ້ມທາງຝ່າຍເຈົ້າເມືອງກຳລັງຊິທຳການແຕ້ມຮູບ ທັນໃດນັ້ນມີຊາຍຄົນໜຶ່ງ(ຊຽງໝ້ຽງ) ອອກມາຈາກຝູງຊົນມາຍືນຢູ່ກາງສະໜາມແຂ່ງ ແລ້ວຂາບບັງຄົມພຣະຍາວ່າ "ຂໍເດຊະ ລະອອງທູລີພຣະບາດ ຂ້ານ້ອຍເປັນນັກແຕ້ມ ຂໍຂັນອາສາແຕ້ມຮູບນີ້ ແທນນັກແຕ້ມຮູບທີ່ທາງການຈັດຫາມາ ເພາະຕາມທີ່ຂ້າພະເຈົ້າເບິ່ງການແຕ້ມຂອງທາງຝ່າຍອະຍຸທິຍາແລ້ວ ເຫັນວ່າມີຜີມືດີເລີດ ຢາກທີ່ນັກແຕ້ມຂອງຝ່າຍເຈົ້າ ເມືອງຈະແຕ້ມສູ້ເຂົາໄດ້, ແຕ່ວ່າຜີມືນັ້ນຍັງບໍ່ທຽມທັນກັບນັກແຕ້ມຂອງຜູ້ຂ້າ, ສະນັ້ນຜູ້ຂ້າເຫັນວ່າ ບໍ່ໃຫ້ນັກແຕ້ມທາງ ຝ່າຍເຈົ້າເມືອງແຕ້ມແຂ່ງໃນງານນີ້ ເພາະຝີມືມັນຄົນລະຊັ້ນກັນ ຂ້ານ້ອຍ ຂ້ານ້ອຍຂໍເປັນນັກແຕ້ມແຂ່ງໃນງານນີ້ແທນ ຂ້າພະເຈົ້າຄິດວ່າ ຝີມືຂອງຂ້າພະເຈົ້າຄົງຊິເອົາຊະນະ ແກ້ໜ້າແກ້ຕາໃຫ້ແກ່ເຈົ້າເມືອງໄດ້ ຂໍໃຫ້ພຣະຍາຈົ່ງໂຜດອະນຸ ຍາດທ້ອນ" ເມື່ອຊຽງໝ້ຽງເວົ້າຈົບຊາວເມືອງກໍພ້ອມກັນໂຮ ແລະເຫັນພ້ອມໃຫ້ຊຽງໝ້ຽງແຂ່ງຂັນໃນງານນີ້, ທາງຝ່າຍພະຍາ ແລະເຈົ້າເມືອງຮູ້ແລ້ວວ່າ ຄົນທີ່ມາອ້າງເປັນນັກແຕ້ມນັ້ນແມ່ນຊຽງໝ້ຽງ ແຕ່ທາງຝ່າຍອະຍຸທະຍາບໍ່ຮູ້ວ່າຂຽງໝ້ຽງ, ໃນທີ່ສຸດພຣະຍາກໍອະນຸຍາດ ໃຫ້ຊຽງໝ້ຽງເປັນຄົນຮັບທ້າແຂ່ງຂັນ.
ເມື່ອຊຽງໝ້ຽງ ໄດ້ຮັບອະນຸຍາດແລ້ວ ກໍທຳການແຕ້ມຮູບເລີຍ ໂດຍທີ່ຊຽງໝ້ຽງເອົາຟອຍແຕ້ມ ໄປຈຸ່ມເອົາສີດຳແລ້ວ ກໍເຕັ້ມຂຶ້ນພຽງ 1 ຫົນ ກໍເຮັດໃຫ້ຝ້ານັ້ນດຳໄປທັງຜືນ.

ກຳມະການກໍຖາມວ່າ "ນັກແຕ້ມຝ່າຍຮັບທ້າແຕ້ມແລ້ວຫຼືຍັງ" ຊຽງໝ້ຽງຕອບວ່າ ແຕ້ມສຳເລັດແລ້ວ ?
ບາດນີ້ກໍໃຫ້ທາງນັກແຕ້ມທາງຝ່າຍອະໂຍທິຍາອະທິບາຍ ຮູບແຕ້ມຂອງຕົນ "ກໍເວົ້າຕາມຫຼັກການທຸກຢ່າງ ແລະ ບອກ ວ່າຮູບນີ້ ເປັນຮູບຂອງພຣະຍາກຳລັງນັ່ງຢູ່ໃນພຣະລານຫຼວງຂະນະນີ້ ພຣະຍາກໍຊົງແຍ້ມພຣະໂອດເຮັດໃຫ້ຄະນະ ກຳມະການໃຫ້ຄະແນນຮູບນັ້ນ ໙໙.໙ ຄະແນນ.

ບາດນີ້ທາງກຳມະການກໍຖາມນັກແຕ້ມຝ່າຍທ້າພະນັນວ່າ ຮູບຂອງຊຽງໝ້ຽງແມ່ນຮູບຫຍັງ ຄືບໍ່ເຫັນມີຮູບ ດຳໄປໝົດ ? ຊຽງໝ້ຽງຕອບວ່າ ຮູບຂອງຂ້ານ້ອຍ ແມ່ນຮູບກາດຳບິນໃນຄວາມມືດ ມັນກະເລີຍບໍ່ເຫັນຮູບ, ຄົນທັງຫຼາຍໄດ້ຟັງແລ້ວ ກໍພ້ອມກັນຮ້ອງໂຮຊົມເຊີຍຂຶ້ນເປັນການໃຫຍ່ ທາງຝ່າຍພຣະຍາກໍຍິ້ມພຣະໂອດຂຶ້ນດ້ວຍ, ທາງຄະນະກຳມະ ການກໍໃຫ້ ຄະແນນຮູບຂອງສຽງໝ້ຽງ ໙໙.໙ ຄະແນນ.

ເມື່ອເຫັນເປັນເຊັ່ນນັ້ນ ທາງນັກແຕ້ມຝ່າຍອະໂຍທີຍາກໍຄັດຄ້ານຂຶ້ນທັນທີ ວ່າຝ່າຍຮັບທ້າພະນັນຜິດກຕິການ ຄືວ່າ ເຂົາ ໃຫ້ໃຊ້ທຸກສີແຕ້ມ ແຕ່ທາງຝ່າຍຊຽງໝ້ຽງໃຊ້ພຽງສີດຽວແຕ້ມ ອັນນີ້ຜິດກະຕິກາ.

ຝ່າຍຊຽງໝ້ຽງເມື່ອໄດ້ຟັງຄຳຄັດຄ້ານແລ້ວ ກໍລຸກຂຶ້ນແກ້ຕ່າງວ່າ "ສີທີ່ຂ້າພະເຈົ້າແຕ້ມນັ້ນແມ່ນມີທຸກສີແລ້ວ ເພາະວ່າ ສີຕ່າງໆທີ່ຖືກລວມເຂົ້າກັນແລ້ວ ຈະກາຍເປັນສີດຳໝົດ ຖ້າບໍ່ເຊື່ອລອງໃຫ້ເອົາສີທັງມົດເທລວມກັນເບິ່ງຄັນບໍ່ເປັນສີດຳ.

ເມື່ອເປັນເຊັ່ນນັ້ນ ກຳມະການກໍເອົາສີທັງໝົດເທລົງໃນຄຸເທົ່າກັນ ສີທັງໝົດກໍກາຍເປັນສິດຳດັ່ງທີ່ຊຽງໝ້ຽງວ່າ "ຊາວ ເມືອງໄດ້ຟັງກໍຮ້ອງໂຮຊົມເຊີຍເປັນການໃຫຍ່" ທາງຄະນະກຳມະການກໍໃຫ້ຄະແນນຊຽງໝ້ຽງເພີ່ມ ເປັນ ໑໐໐ ຄະແນນ, ເປັນອັນວ່າຝ່າຍຊຽງໝ້ຽງຊະນະ ໄດ້ຂອງຂວັນຈາກນັກແຕ້ມອະໂຍທິຍາທັງໝົດ.

ຜູ້ຂຽນ: ສາຍເຊລຳເພົາ
ເມື່ອວັນທີ່: 24/3/08 14:44
ຈາກ: ວຽງຈັນ
ອາຊີບ: ຫວ່າງງານກໍໄດ້
ງານອະດີເລກ: ຂຽນກອນ ອ່ານໜັງສື ທ່ອງທ່ຽວຫາຄົນເຊື້ອຊາດລາວ

ไม่มีความคิดเห็น: