วันจันทร์ที่ 21 เมษายน พ.ศ. 2551

ໂລກະທັມ 8 ແລະ ໂລກະທັມຄຳກອນ

ໂລກະທັມ 8
(ຄວາມຈິງຂອງສັງຄົມໂລກ)
ອິດຖາຮົມ(ດີ) ອະນິດຖາຮົມ(ບໍ່ດີ)
- ໄດ້ລາບ - ເຊື່ອມລາບ
- ໄດ້ຍົດ - ເຊື່ອມຍົດ
- ສັນເສີນ - ນິນທາ
- ສຸຂ - ທຸກ
ໂລກະທັມຄຳກອນ
- ອັນວ່າໂຊກລາບນັ້ນ ມີຢູ່ຄູ່ໂລກກັນ
ຄົນສະແຫວງທາງຈະເຣີນ ຍ່ອມໄດ້ມາມີໄວ້
ບໍ່ທັນໃດກໍຫາຍຈ້ອຍ ບໍ່ຄົງທົນຈັກສະໜ່ອຍ
ຈະເຣີນຂຶ້ນກັບເຊື່ອມຖອຍ ເປັນຄູ່ກັນກອດກ້ຽວ
ສະເໝີດ້າມດັ່ງດຽວ
- ອັນວ່າຍົດຖາບັນດາສັກນັ້ນ ຖານະໃຫຍ່ຕຳແໜ່ງສູງ
ໄດ້ມາພໍພຽງປະດັບ ຊົ່ວຄາວບໍ່ຄົງໝັ້ນ
ເຖິງເວລາກໍສູນສິ້ນ ປ່ຽນໄປເປັນຕ່າງ
ເຮົາຮັກສາໃຫ້ໝັ້ນ ພຽງນັ້ນຊົ່ວຄາວ
- ສັນລະເສີນຍົກຍ້ອງ ການໃຫ້ກຽດນາມະຍົດ
ຍາມເມື່ອມີຕຳແໜ່ງສູງ ກໍຍົກຍໍປໍປັ້ນ
ຫາກວ່າຍາມດວງດ້ອຍ ເງິນງານເຫີນຫ່າງ
ຄວາມນິນທາວ່ານັ້ນ ກໍມາຝັ້ນກ່ຽວດອງ
- ຄວາມສຸກຄົນຢາກໄດ້ ສະແຫວງໄຂວ່ຫວນຫາ
ສຸກພຽງກາຍບໍ່ຄົງທົນ ຢູ່ດົນນານໄດ້
ຄັນວ່າໝົດສຸກແລ້ວ ທຸກກໍຕາມຕື້ຕໍ່
ສຸກທຸກໃນໂລກນີ້ ບໍ່ເປັນເຣື່ອງແກ່ນສານ
- ມີລາບຍົດຢ່າອ້າວເອື້ອ ກະສັນອົ່ງຈົນລືມຫຼົງ
ຈິດໃຈເຈືອຈານບິ ແບ່ງປັນກັນໄວ້
ສະໜອງຄຸນຄາມລົ້ນ ສະແຫວງບຸນໄວ້ແນ່
ຍາມເມື່ອລາບລ່ວງດ້ອຍ ພໍໄດ້ເພິ່ງບຸນ
- ຄັນມີຍົດຢ່າອວດອ້າງ ຫຼົງຍົດຈົນລືມດີ
ມີຍົດຈົ່ງເອົາຍົດ ສ້າງດີໃຫ້ຄົງໄວ້
ອາໄສຍົດທຳບຸນສ້າງ ບູຊາຄຸນແກ້ວແກ່ນ
ຍາມເມື່ອຍົດເຊື່ອມສ້ຽງ ໃຫ້ຫັນໜ້າເພິ່ງພຣະທັມ
- ອັນວ່າຄວາມຍົກຍ້ອງ ຄຳກ່າວສັນລະເສີນ
ມັນກໍພໍພຽງລົມ ເປົ່າຫູໃຫ້ເຢັນນັ້ນ
ບໍ່ເໝືອນພຣະທັມແກ້ວ ສັບພັນຍູພຣະອົງກ່າວ
ຊີ້ຊ່ອງທາງໃຫ້ຮູ້ ເດີນເຂົ້າພຣະນິບພານ
- ອັນວ່າສຸກໃນໂລກນີ້ ບໍ່ສະເໝີດັ່ງບຸນກຸສົນ
ສຸກກາຍພຽງພໍຍາມ ຊົ່ວໃຈສະໜອງໃຫ້
ສຸກທາງທັມໃຈກ້ຽງ ໝົດມົນທິນຖະຫວິນວາດ
ທຸກບໍ່ບັງອາດຕ້ອງ ພຽງໜ້ອຍທ່ອງຄຸລີ
ໂດຍ: ພຣະຄຣູເນືອງພິລັກ ໂຊຕິທອນ

ไม่มีความคิดเห็น: