วันศุกร์ที่ 21 มีนาคม พ.ศ. 2551

ວັດສີສະເກດ


ຖ້າຫາກມີການກ່າວເຖິງປະຫວັດວັດສີສະເກດ ມີຄວາມເປັນມາແນວໃດນັ້ນ ແນ່ນອນກໍຍ່ອມຍືດຍາວພໍສົມຄວນ ແຕ່ໃຫ້ເຂົ້າໃຈງ່າຍໆວ່າ: ໃນວັນທີ 4/3/2008 ວັດແຫ່ງນີ້ແມ່ນມີອາຍຸ 190 ປີ (4/3/1818-4/3/2008) ໂດຍອີງຕາມຫລັກຖານວັດສີສະເກດ ເຊິ່ງມີຊື່ທີ່ຈາລຶກໄວ້ໃນແຜ່ນສີລາວ່າ: "ສະຕະສາຫັສສາຣາມ" ແປວ່າ (ວັດແສນ) ແຕ່ຄົນທັງຫຼາຍ
ເອີ້ນວ່າ ວັດສີສະເກດ.
ໃນວັດສີສະເກດ ແມ່ນມີສິ່ງຢັ້ງຢືນທາງດ້ານມໍລະດົກ ວັດທະນະທຳອັນຊົງຄຸນຄ່າຢ່າງຫລວງຫລາຍທາງດ້ານສິລະປະ ສະຖາປັດຕະຍະກຳສິນ ປະຕິມະກຳສິນ ຈິດຕະກຳສິນ ໂດຍສະເພາະພາຍໃນກົມມະລຽນທັງ 4 ທິດ ແມ່ນວັດຖຸກໍ່ສ້າງທີ່ມີເຕັກນິກທາງດ້ານວິທະຍາສາດ ຫົວຄິດປະດິດສ້າງຂອງລາວຄົນບູຮານ ເພື່ອຮັບໃຊ້ສັງຄົມຕາມຍຸກສະໄຫມ ແລະ ກົມມະລຽນມີຄວາມຍາວເບື້ອງລະ 55 ແມັດ ມີເສົາ 60 ຕົ້ນ ແຕ່ລະຕົ້ນຫ່າງກັນ 2,80 ແມັດ ຫລັງຄາມຸງດ້ວຍດິນຂໍ ກົມມະລຽນ 4 ດ້ານຈະມີມຸກ ເຊິ່ງເປັນປະຕູທາງເຂົ້າທັງ 4 ເບື້ອງ ສີຫນ້າຂອງມຸກ ເຮັດດ້ວຍໄມ້ເນື້ອດີ ແກະສະຫລັກເປັນຮູບ
ພຣະພຸດໂພທິສັດ ມີຮູບນົກ ແລະ ຮູບດອກໄມ້ຊະນິດຕ່າງໆ.
ໃນໃຈກາງຂອງກົມມະລຽນ ແມ່ນທີ່ຕັ້ງຂອງສິມ ເປັນຮູບ 4 ຫລ່ຽມຍາວ ມີເນື້ອທີ່ 296,56 ແມັດມົນທົນ (ຍາວ 25,40 ແມັດ ກວ້າງ 15,70 ແມັດ) ແລະ ອື່ນໆທີ່ເປັນຂໍ້ມູນຫລັກຖານທາງບູຮານຄະດີ ເຊັ່ນ: ຮູບແຕ້ມໃສ່ຜາພະນັງໃນສິມ (ເລື່ອງພະລະສັງຂະຫຍາ) ຮົວທຽນພຣະປະທານອົງແສນທີ່ປະດິດສະຖານຢູ່ໃນສິມ ພຣະພຸດທະຮູບນ້ອຍໃຫຍ່ເຫລົ່ານີ້ ເຊິ່ງສຸດທີ່ມີຄວາມສຳຄັນ ແລະ ຊົງຄຸນຄ່າທາງດ້ານປະຫວັດສາດ ວັດທະນະທຳ ສາດສະຫນາ ຄວາມເຊື່ອຖື ປະຕິບັດຕາມຮີດຄອງປະເພນີ ແລະ ກໍແມ່ນບ່ອນເຕົ້າໂຮມຄວາມສາມັກຄີຂອງປະຊາຊົນລາວບັນດາເຜົ່າ ຕັ້ງແຕ່ອະດີດຈົນເຖິງປັດຈຸບັນ.
ລຸ່ມຖ້ານຂອງພຣະເຈົ້າອົງແສນ ແມ່ນຮາວທຽນທີ່ສ້າງຂຶ້ນໃນປີ ພ.ສ 2361 (ຄ.ສ 1818) ມີລວງສູງ 1,88 ແມັດ ກວ້າງ 2,10 ແມັດ ຮາວທຽນນີ້ ແມ່ນໃຊ້ສຳລັບຕິດທຽນບູຊາໃນພິທີກຳທາງສາດສະໜາ ຊຶ່ງເປັນສິລະປະສະກຸນຊ່າງລາວ
ລ້ານຊ້າງວຽງຈັນ ແກະສະລັກທີ່ໂດດເດັ່ນປານີດພິສະດານສວຍງາມ ຮາວທຽນນີ້ ຖືວ່າເປັນມໍລະດົກອັນລ້ຳຄ່າຂອງປະຊາຊົນລາວບັນດາເຜົ່າ ແຕ່ອະດີດຈົນເຖິງປັດຈຸບັນ ແລະ ທັງເປັນອຸປະກອນຊະນິດຫນຶ່ງ ຊຶ່ງເປັນຫລັກຖານທາງປະຫວັດສາດສາດສະໜາ ວັດທະນະທຳທີ່ເປັນເອກະລັກຂອງຊາດລາວໂດຍແທ້ ຮາວທຽນນີ້ຍັງເປັນປະຕິມະກຳສິນໃຫ້ຄວາມສົນໃຈຈາກນັກຄົ້ນຄວ້າຊາວລາວ ແລະ ຊາວຕ່າງປະເທດອີກດ້ວຍ.
ສຳລັບໃນໂອກາດຈະໄດ້ມີການປະຕິສັງຂອນວັດສີສະເກດ ປວງຊົນລາວທັງຊາດ ຈົ່ງໄດ້ເປັນເຈົ້າການປະກອບສ່ວນຖະຫວາຍສັດທາ ຕາມຄວາມສາມາດຂອງໃຜມັນ ເພື່ອສະແດງຄວາມຈົ່ງຮັກພັກດີ ຄວາມເຫລື້ອມໃສສັດທາ ຄວາມສັກສິດຂອງບູຮານສະຖານອັນເກົ່າແກ່ແຫ່ງນີ້ ໄດ້ກັບກາຍຄືນສູ່ຄວາມສີວິໄລທີ່ຄົງຕົວທາງດ້ານປະຕິມະກຳ ຈິດຕະກຳສິນ ແລະ ສະຖາປັດຕະຍະກຳສິນ ໃຫ້ຄົງຢູ່ຕະຫລອດໄປ.

ຂໍ້ມູນຈາກ ໂກ້ ໄຊຍົນຕີ ນສພ ວຽງຈັນໃຫມ່ 03-03-2008

ไม่มีความคิดเห็น: