วันเสาร์ที่ 1 มีนาคม พ.ศ. 2551

ຄວາມເປັນມາແຫ່ງອັກສອນລາວ


(ອັກສອນລາວໃນກວດແກ້ວ "Green spot" ສະໄໝລະບອບເກົ່າ)

(ການໃຊ້ອັກສອນລາວໃນປັດຈຸບັນ)

"ເບິ່ງການໃຊ້ໂຕ "ຣ" ແລະການໃຊ້ເດືອນ ອັກສອນລາວຂຽນພາສາຝຣັ່ງໃນພາສາລາວ"

(ອັກສອນລາວໃນເງິນ ໃບແຮກຂອງລະບອບໃໝ່ເຮົາ ການວາງວັນນະຍຸດດ້ວຍ)

ອັກສອນລາວໃນເງິນ "ສັງເກດການຂຽນຊື່ປະເທດ, ຊື່ທະນາຄານສົມທຽບໃສ່ ໃບຫ້າສິບ ແລະສັງເກດການໃຊ້ໂຕ "ໜ" ແລະການວາງຮູບວັນນະຍຸດ)

(ອັກສອນລາວໃນເງິນ "ສັງເກດການຂຽນ ຊື່ປະເທດ")

(ອັກສອນລາວໃນເງິນ "ສັງເກດໂຕ ຄ")

(ພັດທະນາການອັກສອນລາວຈາກພຸດທະສະວັດທີ ໒໒-໒໔ ຮູບແບບປະກົດຕົວໃນພາກອີສານຂອງໄທຍ-ຂໍ້ມູນຈາກເວບໄທຍ໌-ນັບແຕ່ສະໄໝ ຣ.໕ ຂອງໄທຍຼເປັນຕົ້ນມາໄທຍ໌ຮຽກອັກສອນຊະນິດນີ້ວ່າ "ອັກສອນໄທຍນ້ອຍ")

(ອັກສອນທັມທີ່ໃຊ້ຢູ່ໃນລາວ ແລະອີສານ ໃຫ້ເບິ່ງຕົວເລກບໍ່ຄືເລກຂອມເທົ່າໃດ ນີຄືເອກະລັກລາວ)

(ຜູ້ຂຽນສົມທຽບໃຫ້ເຫັນການຂຽນພາສາໄທຍ໌-ລາວ ດ້ວຍອັກສອນລາວ, ໄທຍ໌ ແລະທັມ)

(ສັງເກດການຂຽນອັກສອນລາວ ໃນປີ ໑໙໗໕ ກ່ອນປົດປ່ອຍ ຖ່ານຈາກໜັງສືພຣະໄຕປິດົກສະບັບພາສາລາວ ໃຫ້ອ່ານບ່ອນທີ່ຂີດກ້ອງໄວ້, ໃນສະບັບນັ້ນ ອັກສອນ ໑໔ ຕົວນີ້ຖືກຂຽນໃນຄຳປາລີ ແລະຄຳລາວດ້ວຍ)

(ອັກສອນລາວໃນອີສານ-ໄດ້ຈາເວບໄທຍ໌ ມືອງອຸບົນ)

(ວັດທະນາກາຂອງອັກສອນຣາມໄທຍ ເຣີ່ມຈາກຂຸນຣາມຄຳແຫງເຖິງປັດຈຸບັນ-ໄດ້ຈາກເວບໄທຍ໌)

(ນີ້ກໍແມ່ນອັກສອນໄທດຳ-ໄດ້ຈາກເວບ)

(ອັກສອນໄທຍ໌ດຳແຫ່ງເມືອງລາວກາຍ-ໃຜມີພື້ນຖານອ່ານອັກສອນລາວບູຮານໄດ້ກໍອ່ານໜັງສືນີ້ໄດ້-ພີ່ນ້ອງໄທຍ໌ດຳຈາກອະເມຣິກາ ສົ່ງອີເມລມາໃຫ້)

(ໄວຍາກອນສະບັບນີ້ເປັນຂອງບັນດິດສະພາຈັນທະບູຣີ ຕັດອັກສອນ ໓໓ ຕົວອອກໃຫ້ຍັງເຫຼືອພຽງ ໒໗ ຕົວ)
(ແບບອັກສອນທີ່ສະພາຈັນທະບູຣີປະກວດອອກແບບ ມີທັງອັກສອນທັມ ແລະອັກສອນລາວໃນຮູບແບບຕ່າງໆ ມີການປະກວດກັນທົ່ວປະເທດ ເມື່ອປີ ໑໙໙໐ ຍັງເຫຼືອຫຼາຍແຕ່ດຽວນີ້ຍັງເຫຼືອດັ່ງທີ່ເຫັນມີການເອົາໄປຖີ້ມ ຫຼືຄົນອື່ນເອົາໄປເປັນຂອງສວນຕົວ ດຽວນີ້ຍັງເຫຼືອທີ່ວິທະຍາໄລສົງອົງຕື້ ການປະກວດຄັ້ງນັ້ນຈະເລືອເອົາໜັງສື ທີ່ຫຼໍ່ແທ່ນພິມໃສ່ພິມດີດ)

(ອັກສອນທັມຫຼວງພຣະບາງ-ໄດ້ຈາກພຣະສັງຄພຣາຣາຊລາວ ສະບັບອັກສອນໄທຍ໌)
(ອັກສອນທັມລາວທາງເໜືອ ແຕ່ໄທຂຽນວ່າ ອັກສອນໄທຍ໌ເໜືອ-ໄດ້ຈາກພຣະສັງຄພຣາຣາຊລາວ ສະບັບອັກສອນໄທຍ໌-ວິເຄາະເອົາເອງ)

(ອັນນີ້ກະອ້າງອິງໄດ້ ເບິ່ງການໃຊ້ໂຕ ຣ ແລະຮູບອັກສອນ)

(ອັກສອນທັມລ້ານນາໃນບັນລັງພຣະ ທີ່ຊຽງໃໝ່-ໄດ້ຈາກເວບ)

(ເບິ່ງການໃຊ້ໂຕ "ຣ")

(ອັກສອນລາວ|ໃນປຶ້ມໂຫຣາສາດຂອງພໍ່ເຖົ້າພູມີ ໃນປີ ໑໙| ແຕ່ບໍ່ແມ່ນລາຍມືເພິ່ນເປັນລາຍຂອງອີກຄົນໜຶ່ງ)
(ອັກສອນທຳລື້ແຂວງບໍ່ແກ້ວ ໃນປີ ໑໙໖໑)

(ໜັງສືທີ່ສາມາດໃຊ້ເປັນຄູ່ມີອ້າງອິງສຶກສາເຖິງຮາກສັບພາສາລາວ ສ່ວນທີ່ມາຈາກພາສາປາລີໄດ້ ມີຂາຍທົ່ວໄປ ຣາຄາພໍຊື້ໄດ້ ຫາກຕ້ອງການໄປວິທະຍາໄລສົງ ຫຼືກັບເຈົ້າຂອງປຶ້ມເອງກໍໄດ້-ບໍ່ແມ່ນໂຄສະນາຂາຍແຕ່ແນະນຳ)

(ໄດ້ຈາກປື້ມຂອງພໍ່ເຖົ້າພູມມີເຊັ່ນກັນ ປຶ້ມເຫຼັ້ມນີ້ຊື່ວ່າ "ພົມມະຊາດ" ທາງຫໍສະໝຸດແຫ່ງຊາດໄດ້ມາຂໍຖ່າຍສຳເນົາເປັນຮູບໄປໄວ້ຫໍສະໝຸດແລ້ວ)

(ອັກສອນລາວທີ່ຂຽນດ້ວຍລາຍມີຂອງພໍ່ເຖົ້າພູມມີ ເມືອງນ້ຳບາກແຂວງພຣະບາງ ເຄີຍເຮັດການໃນຣາຊະສຳນັກຫຼວງພຣະບາງ ບ້ານເກີດຂອງທ່ານຢູ່ລາວກາຍ ແລະໄດ້ສືບທອດມາຮອດຂ້າພະເຈົ້າ ແລະໄດ້ເປັນເຈົ້າຂອງ ຂຽນບອກວ່າ ປີ ໑໙໐໖)

(ອັກສອນທັມສະໄໝພຣະເຈົ້າໄຊຍະເຊດຖາທິຣາດ ຂຽນໃສ່ບັນລັງພຣະ ອ່ານໄດ້ຄວາມວ່າເປັນພຣະປາງມານວິໄຊ ແລະມີຈາຣືກສັກກະຣາດເປັນ ພສ. ໒໑໐໖ ຖ່າຍທີ່ວັດພຣະແກ້ວທາງຂຶ້ນດ້ານເໜືອ ອົງພຣະບໍ່ເຫັນແລ້ວ ອັກສອນມີການປະສົມປະສານກັນທັງແບບຫຼວງພຣະບາງ, ແບບວຽງຈັນ ບາງຄັ້ງກໍເຫັນອັກສອນລາວໄປປົນຢູ່ນຳ)

(ໜັງສືລາວພິມໂດຍພຸດທະບັນດິດສະພາຈັນທະບູຣີ, ໃນຊຸມປີ ໓໐ ແຫ່ງສະຕະວັດທີ ໒໐ ໃຫ້ຕົວເຟື້ອງສ່ວນໃຫຽ່)

(ໜັງສືຜູກ ຂຽນດ້ວຍອັກສອນລາວ ຂໍຖ່າຍທີ່ຮ້ານຂາຍເຄື່ອງເກົ່າເຊັ່ນກັນ, ໜັງສືປະເພດວັນນະຄະດີ ເຣື່ອງແຕງອ່ອນ ອາຍຸຄົງຈະຢູ່ໃນ ໒-໓໐໐ ປີ)

(ໜັງສືລາວແທ້ໆຂຽນໃສ່ໃບລານ ເປັນການຂຽນເຣື່ອງກົດໝາຍ ແລະວິທີພິຈາຣະນາຄວາມແຫ່ງກົດໝາຍ ເຫັນວາງຂາຍທີ່ຮ້ານຂາຍເຄື່ອງເກົ່າທີ່ຕລາດເຊົ້າ ເປັນໜ້າເສັຍດາຍໜັງສືນີ້ຖືກຕັດເຄິ່ງ ເຮັດເປັນໜັງສືກ້ອມ)

(ສີລາຈາຣືກອັກສອນລາວອີກແບບໜື່ງທີ່ພົບໃນເມືອງອຸບົນ ປະເທດໄທຍ໌)
(ສີລາຣືກອັກສອນລາວອີກແບບໜຶ່ງ ພົບໃນພາກອີສານຂອງໄທຍ໌ ບອກສັກຣາຊໄວ້ ໙໗໐)
(ສີລາຣືກທີ່ອັກສອນລາວ ໃນພາກອີສານຂອງໄທຍ໌ ຈຸລສັກຣາຊ ໘໙໒ ຂໍ້ມູນຈາກເວບໄທຍ໌)

(ສີລາເລກນີ້ທີ່ກົມມະລຽນພຣະທາດຫຼວງ ບອກຈຸລສັກຣາຊວ່າ "໒໓໖" ແລະພຣະນາມຜູ້ສ້າງວ່າ "ເຈົ້າຈັນທຣາຣົສ" ເປັນອັກສອນທັມທີ່ຄາດວ່າອາຍຸເຫິງສົມຄວນ ບັນທຶກກ່ຽວກັບການທານດິນ-ລູກຊາວດອນອ່ານ)

(ສີລາຈາຣືກທີ່ວັດພຣະແກ້ວ ເຊິ່ງເຫັນຮູບການໃຊ້ອັກສອນລາວທີ່ຄົບສົມບູນແບບທັນສະໃໝຂຶ້ນ ໃຫ້ເບິ່ງການໃຊ້ຕົວ "ໜ, ໝ" ບໍ່ແມ່ນໃຫ້ "ຫ -ນ, ຫ-ມ")

(ອັກສອນລາວອີກແບບໜຶ່ງ ບໍ່ປາກົດສັກກຣາຊ ຄາດວ່າອາຍຸບໍ່ຕ່ຳກວ່າ ໗໐໐ ປີຂຶ້ນໄປເພາະອີກຕາມສີລະປະຂອງສີລາ ຖ່າຍທີ່ກົມມະລຽນພຣະທາດຫຼວງ)

(ອັກສອນລາວອີກແບບໜຶ່ງ ປີ ຈ.ສ ໙໘໕ ທີ່ຫໍພຣະແກ້ວ)

(ອັກສອນລາວທີ່ພົບໃນຖານພຣະທີ່ວັດໜຶ່ງໃນເມືອງເພັຽລາດ ອາຍຸຄົງຈະປະມານ ໔-໕ ປີ ມີສັກຣາດກຳກັບແຕ່ຂາດຫຼາຍອ່ານພໍ່ອອກ)


- ຄົນລາວຕາມຫຼັກຖານປະຫວັດສາດ ຢັ້ງຢືນວ່າປາກົດຕົວຂຶ້ນມາໃນໂລກ ໕໐໐໐ ກວ່າປີແລ້ວເປັນຢ່າງຕໍ່າ ເຊິ່ງນັກປະ ຫວັດສາດໄດ້ຖືເອົາຫຼັກຖານບູຮານຄະດີ, ຫຼັກຖານທາງຊົນເຜົ່າ, ຫຼັກຖານທາງວັດຖຸ, ຫຼັກຖານທາງອັກສອນ ແລະພາສາ ຂອງລາວທີ່ຄົນລາວໃຊ້ຢູ່ປັດຈຸບັນ ແລ້ວມາວິເຄາະຕາມໝ່ວຍສຽງຂອງເຜົ່າຊົນທີ່ໃຊ້ພາໃນຕະກູນດຽວກັນ ເປັນເຄື່ອງມືໃນ ການຄົ້ນຄວ້າ ຄືພາສາຕະກູນໄຕ(ໄຕລາວ ທີ່ສືບເຊື້ອມາຈາກອ້າຍລາວ), ນັກຄົ້ນຄວ້າປະຫວັດສາດທາງ ພາສາໄດ້ຜະ ໜວກພາສາລາວເຂົ້າຢູ່ໃນກຸ່ມ “ພາສາຕະກູນໄຕ” ເຊິ່ງມີນັກພາສາສາດຕ່າງປະເທດໄດ້ຄົ້ນຄວ້າຕົ້ນຕະກູນພາສາໃນກຸ່ມ ຂອງຊົນຊາວໄຕລາວ(ຫຼືຊາວໄທ ມີຄວາມໝາຍຕ່າງຈາກໄທຍ໌), ເນື່ອງຈາກກຸ່ມຊົນທີ່ເປັນກຸ່ມດຽວກັນນີ້ ມັກຈະຮຽກຕົນ ເອງວ່າ “ໄຕ” ເຊັ່ນ ໄຕລື້, ໄຕອາຫົມ, ໄຕໃຫຍ່, ໄຕແດງ, ໄຕດຳ, ໄຕພວນ, ໄຕຍວນ, ຜູ້ໄທ, ໄຕນໍ້າ, ໄຕຍູ້, ໄຕເໜີໄຕນໍ້າ, ໄທລາວ, ໄທຈ້ວງ ແລະອື່ນໆ ທີ່ຢູ່ໃນ ແລະນອກປະເທດລາວ, ການສຶກສາຂອງນັກພາສາສາດສະຫຼຸບວ່າ ບັນດາຊົນຊາດ ຕະກູນໄຕ ລ້ວນແຕ່ເວົ້າພາສາດຽວກັນແຕ່ມີສຳນຽງແຕກຕ່າງກັນ, ພາສາຕະກູນໄຕມັກເປັນຄຳໂດດ ຫຼືຄຳດ່ຽວ, ຄົນ ໄຕ(ໄທລາວເຜົ່າຕ່າງ)ທີ່ຢູ່ໃນປະເທດລາວມິພາສາເວົ້າເໝືອນກັນ ແລະມີຄວາມແຕກຕ່າງກັນທາງດ້ານສຳນຽງ ແລະລັກ ສະນະຄຳບາງຄຳເທົ່ານັ້ນ, ເຊັ່ນຄົນໄຕຢູ່ໃນພະມ້າພາສາບາງຄຳກໍຄ້າຍໄປທາງພະມ້າ, ຢູ່ປະເທດຈີນກໍຄ້າຍໄປທາງຈີນ, ເຊັ່ນດຽວກັບຄົນລາວຢູ່ທາງຂະເໝນ, ຫວຽດນາມມັກຈະມີສຳນຽງ ແລະບາງຄຳສັບເອນອຽງໄປທາງຂະເໝນ, ຫວຽດ ນາມ ຕ່າງຈາກຄົນລາວຢູ່ໃນພາກອີສານ ແລະພາກເໜືອຂອງໄທຍ ເຊິ່ງວິວັດທະນາການທາງໂຄງສ້າງສັງຄົມ ແລະວັດ ທະນະທັມຄ້າຍລາວ ໄດ້ຫ່າງເຫີນຈາກລາວເກືອບ ໓໐໐ ປີທີ່ເປັນຄົນກຸ່ມໃຫຍ່ຂອງປະເທດໄທຍ໌ ຍັງມີສຳນຽງ ສຽງເວົ້າ ແລະເຄົ້າໂຄງທາງພາສາເໝືອນກັບລາວ ຕ່າງແຕ່ວ່າເໝືອນກັບພາສາຖິ່ນລາວໃນພາກຕ່າງໆ  ເຖິງມີຄຳຜ້ຽນໄປ ຈາກພາ ສາລາວແນ່ ກໍພຽງພາສາເກີດໃໝ່ ແຕ່ຄົງໄວ້ເຊິ່ງສຳນຽງສຽງຖິ່ນ ເຊັ່ນສຽງຖິ່ນອຸບົນ,  ຖິ່ນຮ້ອຍເອັດ, ກາລະ ສິນແລະ ອື່ນໆກໍຍັງຄົງສຽງໄວ້ຢ່າງເດີມບໍ່ປ່ຽນແປງ.

- ເມື່ອເອົາລັກສະນະຄຳ, ໂຄງສ້າງສຽງ, ສຳນຽງ ແລະພາສາຂອງກຸ່ມຊົນເຫຼົ່ານີ້ ມາສົມທຽບ ແລະ ຫາເຄົ້າໂຄງແລ້ວ ເຫັນວ່າພາສາຕະກູນໄຕ ຫຼືພາສາຕະກູນໄທລາວເຫຼົ່ານີ້ມາຄົ້ນຄວ້າ ເບິ່ງແລ້ວ ເຫັນວ່າພາສາຕະຕູນໄທລາວເປັນພາສາ ບູຮານ ເຊິ່ງເປັນພາສາອີກຂະແໜງໜຶ່ງຂອງມະນຸດບູຮານ ທີ່ພັດທະນາການມາແຕ່ຍຸກຫີນ, ພາສາລາວ ຫຼືພາສາຕະ ກູນລາວ ເປັນພາສາທີ່ໂອນອຽງ ແລະຄ້ອຍໄປຕາມສຽງຂອງພາສາອື່ນໄດ້ ດ້ວຍສຽງຂອງວັນນະຍຸດ ແລະ ອັກສອນ ທີ່ຜັນໄປຕາມສຽງຂອງພາສາອື່ນໄດ້ ຈຶ່ງເຮັດໃຫ້ເຮົາຮູ້ວ່າພາສາລາວເປັນພາສາຂອງມະນຸດດຶກດຳບັນ ທີ່ສ້າງປະໂຫຍກ ແລະໜ່ວຍສຽງ ຂອງມະນຸດມາສຸດຍອດ ແລະເຫິງນານແລ້ວ, ກົງກັນຂ້າມກັບພາສາອື່ນ ບໍ່ສາມາດຜັນສຽງ ຕາມສຽງ ຂອງພາສາລາວໄດ້ ນັ້ນຄືການພັດທະນາການໜ່ວຍສຽງຂອງພາສາທີ່ຍັງບໍ່ທັນສົມບູນແບບ.

- ການທີ່ມີຜູ້ອ້າງວ່າພາສາລາວບໍ່ມີວັນນະຍຸດນັ້ນ ເປັນສິ່ງທີ່ອ້າງບໍ່ຖືກ ເພາະສຽງຂອງ ພາສາລາວນັ້ນ ມີສຽງວັນນະຍຸດ ຄົບທຸກໜ່ວຍສຽງ ສາມາດຜັນສຽງໄປຕາມພາສາອື່ນ ແລະມີສຽງຄື້ນຂຶ້ນລົງຕາມໂຄງສ້າງຂອງພາສາ ເຖິງວ່າໃນການ ຂຽນອັກສອນລາວທັງສອງແບບ ຄືອັກສອນບູຮານ ແລະລາວເດີມບໍ່ປາກົດເຫັນມີວັນນະຍຸດກໍຕາມ ແຕ່ສຽງວັນນະ ຍຸດໃນພາສາລາວ ນັ້ນມີຄົບສົມບູນຄື ສຽງສາມັນ, ສຽງເອກ, ສຽງໂທ, ສຽງຕີ, ສຽງຈັນຕະວາ ຄົບໃນ ຕົວມັນເຊັ່ນ, ກາ, ກ່າ, ກ້າ, ກ໋າ, ກ໊າ, ການຜັນສຽງຂອງວັນນະຍຸດລາວຍ່ອມເປັນໄປຕາມໝວດອັກສອນຕໍ່າ, ກາງ, ສູງ ແລະ ສຣະ.

໑. ພາສາລາວ: ພາສາລາວມີທັງອັກຂະຣະພາສາ(ພາສາອັກສອນ) ແລະວັດຈະນະພາສາ(ພາສາເວົ້າ).
໑.໑. ວັດຈະນະພາສາ ໝາຍເອົາພາສາເວົ້າຂອງຄົນລາວ ພາສາລາວ ມີພາສາເວົ້າ ທີ່ມີຫຼາຍສຳນຽງ ແຕ່ຢູ່ໃນໂຄງ ສ້າງດຽວກັນ ຫຼືມີເຄົ້າສຽງດຽວກັນຄື, ກິນ, ເຂົ້າ, ໄປ, ເຮືອນ, ບ້ານ, ມາ, ຜັກ, ປາ, ໝູ, ໝາ, ທົ່ງ, ແລະ ອື່ນໆ, ມີພາສາ ບາງພາສາຂອງກຸ່ມຊົນມີອັນແຕກຕ່າງກັນເລັກນ້ອຍນັ້ນບໍ່ໄດ້ຖືວ່າເປັນຄວາມແຕກຕ່າງແຫ່ງເຊື້ອຊາດ, ເຊັ່ນຊາວຈຳ ປາສັກ ປາກເຊ ຮຽກວ່າ “ຜັກອີ່ເລີດໃຕ້, ຜັກຫອມຫໍ້” ທາງວຽງຈັນ ຮຽກວ່າ “ຜັກຂາວທອງ, ຜັກຫອມລາບ” ລັກສະນະທາງໂຄງ ສ້າງຂອງພາສາກໍເປັນໄປໃນທາງດຽວກັນ ເຊັ່ນ: ກິນເຂົ້າ, ໄປນາ, ຫູງເຂົ້າ, ເຮັດນາ, ຄືມີລັກສະນະປະໂຫຍກທີ່ມີເອກະ ລັກສະເພາະ ຄື:


ກ. ເປັນຄຳດ່ຽວ, ຫຼືຄຳໂດດ. ກິນ, ນອນ, ຄວາມ, ຄຳ, ຄິດ ຯລຯ
ຂ. ເປັນຄຳຜະສົມ ແຕ່ສອງພະຍາງຂຶ້ນໄປ, ເຊັ່ນ ຊຸບຜັກ, ຄິດຮອດ, ສົ່ງຂອງ ຯລຯ
ຄ. ປະໂຫຍກຄຳເວົ້າບໍ່ກັບຄຳ ຄືເວົ້າໄປບໍ່ຜວນຄຳ ເຊັ່ນ ໄປໃສມາ, ເວລາມີຄ່າສເມີ, ການສ້າງເຮືອນແປງຊານໃນຍາມແລ້ງຖືວ່າຖືກຄອງຯລຯ
ງ. ມີປະທານມີກັມ ມີກິຣິຍາ ແມ່ນລຽນກັນໄປຈາກຊ້ານຫາຂວາ ເຊັ່ນ ຂ້ອຍຮູ້ວ່າເຈົ້າ ຊິມາຫາຂ້ອຍ”
ຈ. ຄຳດ່ຽວແມ່ນມີຄວາມໝາຍໃນຕົວເອງ ເຊັ່ນ ກິນ, ໄປ, ຮ້ອນ, ນອນ, ນັ່ງ ແລະ ອື່ນໆ
ສ. ຄຳເວົ້າທຸກຄຳ ມີສຽງກົງກັບອັກສອນຕັ້ງທຸກຄຳ ເຊັ່ນ ໜຶ່ງ, ສອງ, ສາມ, ຢູ່, ນອນ (ໜ, ສ, ສ, ຢ, ນ)
ຊ. ມີສຽງວັນນະຍຸດໃນໂຕຂອງມັນເອງ.
ພາສາເວົ້າຂອງລາວ ຫຼືເໝືອນກັບພາສາອື່ນໆໃນໂລກ ຍ່ອມເກີດຂຶ້ນຈາກກຸ່ມຄົນລາວ ທີ່ເປັນບັນພະບູຣຸດລາວ ແລະ ຄ່ອຍພັດທານາມາເປັນພາສາລາວທີ່ສົມບູນ ເມື່ອວິວັດທນະການ ທາງສັງຄົມ ການເມືອງ, ເສດຖະກິດໄດ້ປ່ຽນໄປຕາພາວະວິໄສ ພາສາລາວກໍໄດ້ປັບປຸງປ່ຽນ ແປງຕົນ ໄປຕາມທີ່ກ່າວແລ້ວ ເພາະພາສາກໍຄືການສື່ສານ ທີ່ມະນຸດເປັນສັດສັງຄົມ ເຊິ່ງຈຳ ເປັນຕ້ອງການພາສາເພື່ອເປັນສັນຍາລັກ ໝາຍໃຫ້ຮູ້ກົດລັບ ແລະ ກະຕິກາການກຳນົດສັບ ທີ່ເກີດຂຶ້ນຕາມທັມມະຊາດ ສາມັນສຳນຶກຂອງກຸ່ມຊົນ ແລ້ວພັດທະນາມາເປັນພາສາທີ່ມີເອກະ ລັກ ທີ່ກຸ່ມຊົນຮັບຮູ້ ແລະ ຍອມຮັບດ້ວຍກັນ ແລ້ວພັດທະນາຂຶ້ນຈົນສົມບູນ ກໍຣະນີນີ້ບໍ່ປາກົດຫຼັກ ຖານວ່າ ຄົນລາວປະດິດພາສາຂອງຊາດຕົນເລີຍ ສະນັ້ນຈຶ່ງເຮັດວ່າຄົນລາວມີພາສາຂອງຕົນ ເປັນໄປໂດຍທັມມະຊາດ ທີ່ພັດທະນາພ້ອມກັບຊາດລາວ.

໑.໒. ອັກຂະຣະພາສາ : ໝາຍເອົາພາສາອັກສອນ ທີ່ເປັນພາສາສັນຍາລັກ ແລະ ເອກະ ລັກໃນໂຕຂອງມັນເອງ, ດັ່ງທີ່ເຮົາຮູ້ນຳກັນແລ້ວພາສາຂຽນ ຫຼືອັກຂະຣະພາສາ ເປັນພາສັນຍາ ລັກ ເມື່ອສັງຄົມ ແລະ ກຸ່ມຊົນຮັບຮູ້ແລ້ວ ພາສາຂຽນກໍກາຍເປັນພາສາເອກລັກໄປພ້ອມ, ພາສາຂຽນຂອງທຸກໆຊາດ ຣວມທັງອັກສອນໃນພາສາລາວ ແມ່ນຖືກກຳນົດຂຶ້ນໂດຍສັງຄົມ ເພື່ອຄົງໄວ້ ຫຼືບັນທຶກພາສາເວົ້າໃຫ້ຄົງຢູ່ເທົ່ານັ້ນ.
ພາສາຂຽນຂອງລາວເທົ່າທີ່ປາກົດໃນປັດຈຸບັນ ແມ່ນມີສອງແບບ ເຊິ່ງເຮົາຮຽກວ່າໜັງສື ຫຼືອັກສອນ ຫຼືອັກຂະຣະ ອັກຂະຣະທີ່ເຮົາຍອມຮັບ ແລະ ໃຫຊ້ກັນໃນກຸມຊົນຊາວລາວມີ ໒ ແບບ ຄື ອັກສອນລາວບູຮານ(ເມື່ອສະຕະວັດທີ ໒໐ ເຮົາຮູ້ກັນໃນນາມອັກສອນທັມ ຫຼືໜັງສືທັມ) ແລະ ອັກສອນລາວເດີມ.
- ອັກສອນລາວບູຮານ ບາງຄັ້ງກໍຮຽກອັກສອນທັມຂອງຊົນເຜົ່າຕ່າງໆ ຄື ອັກສອນທັມ ລາວ, ອັກສອນທັມຍວນ(ໄທຍ໌ວ່າຕົວເມືອງ ຫຼືໜັງສືທັມລ້ານນາ) ອັກສອນທັມລື້ ແລະ ອັກສອນໄທໃຫຍ່, ສ່ວນອັກສອນທັມທີ່ໃຊ້ໃນພາກອີກສານ ແມ່ນອັກສອນທັມລາວ ຫຼືຄົນໄທຍ ແລະ ຄົນອີ ສານເອງຮຽກວ່າໜັງສືທັມອີສານ, ບາງຄັ້ງກໍຮຽກວ່າອັກສອນທັມລ້ານຊ້າງ ລັກສະນະຂອງອັກ ສອນທັມອີສານ ມີລັກສະນະ ແລະ ຮູບຊົງຄືກັບອັກສອນທັມລາວທຸກຢ່າງ ເພາະພັດທະນາມານຳກັນ, ສ່ວນອັກສອນທັມລື້ ຈະຄ້າຍໄປທາງອັກສອນໄທຍ່ ແລະ ອັກສອນໄທຍໃຫຍ່ ຄ້າຍຄືກັບອັກສອນພະມ້າ ແຕ່ເຄົ້າ ແລະ ຮູບແບບທັງມວນຈະບໍ່ຕ່າງຈາກອັກສອນທັມລ້ານຊ້າງທາງພາກ ເໜືອ(ຫຼວງພຣະບາງເທົ່າໃດ) ສ່ວນອັກສອນທັມຍວນຈະເໝືອນກັນກັບອັກສອນທັມລື້ ແຕ່ເພີ່ມອັກຂະຣະບາງຕົວຂຶ້ນມາໃໝ່, ທັງນີ້ທັງນັ້ນອັກສອນເຫຼົ່ານີ້ ຈະມີໂຄງສ້າງທາງອັກສອນຄືກັນທັງໝົດ.

ກ. ລັກສະນະອັກສອນບູຮານລາວ(ໄຕ)
໑. ມີຕົວມົນ, ກົມ.
໒. ເວລາຂຽນແມ່ນຂອດທາງຫົວໄປທາງຫາງ(ອັກສອນທັມທຸກຕົວຈະມີຫົວ ແລະ ຫາງ ເວັນຕົວ “ວ”)
໓. ມີທັງອັກສອນເຄົ້າ ແລະ ອັກສອນເຟື້ອງ.
໔. ເວລາປະສົມອັກສອນນັ້ນ ຈະຕັ້ງຢູ່ທາງໜ້າ, ເທິງ, ລຸ່ມ, ຫຼັງ ແລະ ບາງຄັ້ງຈະຊ້ອນ ກັນຂຶ້ນທາງເທິງໄປອີກ ຫຼືຊ້ອນກັນລົງທາງລຸ້ມ.
໕. ມິຫົວ ແລະ ມີຫາງ ປະກອບເປັນຕົວ.
໖. ບໍ່ປາກົດມີວັນນະຍຸດ ແຕ່ເວລາອ່ານມີສຽງວັນນະຍຸດໃນໂຕ.

- ອັກສອນລາວ ຫຼືອັກສອນບູຮານລາວ.
ອັກສອນລາວ ຫຼືອັກສອນບູຮານລາວ ເຊິ່ງເປັນອັກສອນຂອງຊາດ ທີ່ປາກົດໃຊ້ຫຼາຍທີ່ສຸດແມ່ນຢູ່ໃນກຸ່ມຊົນເຊື້ອສາຍລາວ ຄືລາວໃນປະເທດລາວ ແລະ ລາວໃນປະເທດໄທຍ໌(ຊາວອີສານ) ທີ່ໃຊ້ໃນປະເທດລາວຮຽກວ່າ ອັກສອນລາວ, ສ່ວນໃຊ້ໃນປະເທດໄທຍ໌ ຮຽກວ່າອັກສອນໄທຍນ້ອຍ ເຊິ່ງຊື່ນີ້ຖືກຕັ້ງຂຶ້ນໃນສະໄໝຣັຊການທີ ໓-໕ ຫຼັງຈາກທີ່ໄທຍສຍາມໄດ້ບັນຍັດອັກ ສອນໄວ້ໃນເຄື່ອງພິມດີດໂດຍໝໍດ໊ອດ ເນື່ອງຈາກຄົນສຍາມສ່ວນຫຼາຍຍັງໃຊ້ອັກສອນແບບນີ້ຂຽນໃນຊີວິດປະຈຳວັນຢູ່, ຈຶ່ງເຮັດໃຫ້ສັງຄົມສຍາມີອັກສອນໃຊ້ສອງແບບ ຈຶ່ງຮຽກອັກສອນເຫຼົ່າ ລາວນີ້ວ່າອັກສອນໄທຍ໌ນ້ອຍ ໝາຍເຖິງອັກສອນລາວນັ້ນເອງ ເພາະຄົນລາວໃນຄວາມໝາຍຂອງໄທຍ໌ກໍຄືຄົນໄທພວກໜຶ່ງ.
ອັກສອນເຫົຼ່ານີ້ ບໍ່ແມ່ນໄດ້ມາຈາກອັກສອນປາລີ ແລະ ອັກສອນສັງສະກິດ ຫຼືອັກສອນ ພຣົມໝີແຕ່ຢ່າງໃດ ແຕ່ແມ່ນອັກສອນທີ່ບັນພຣະບູຣຸດລາວເຮົາສ້າງຂຶ້ນ ແລະ ໃຊ້ກັນໃນກຸ່ມຊົນ ແຕ່ລະອານາຈັກ ຈົນເຖິງສະຕະວັດທີ ໑໓ ພຣະເຈົ້າຟ້າງຸ່ມມະຫາຣາຊ ໄດ້ທ້ອນໂຮມອານາຈັກ ຈັກເອກະຣາຊເຫຼົ່ານັ້ນ ເປັນອັກດຽວກັນ ແລະ ຮຽກວ່າອານາຈັກລ້ານຊ້າງ ອັກສອນດັ່ງກ່າວກໍໄດ້ນຳໃຊ້ໃນກຸ່ມຊົນລາວຜສົມກັນ, ທັງສອງແບບ ຈົນມາຮອດທີ່ລາວຈະບັນຍັດພາສາ ແລະ ອັກ ສອນເປັນອັກສອນຊາດ ໃນສະໄໝພຣະບາດສົມເດັດພຣະເຈົ້າສີສະຫວ່າງວົງ(ສະໄໝຝຣັ່ງ) ຈຶ່ງເອົາອັກສອນລາວບູຮານ ຂຽນສູດທັມລຳພຣະເຈົ້າ ແລະ ວັນນະຄະດີທາງພຸດທະສາສນາຕ່າງໆ ຮຽກວ່າອັກສອນພຸດທະຈັກ ຄົນທັງຫຼາຍມັກຮຽກວ່າອັກສອນທັມ ເພາະຂຽນຄຳທັມ, ສ່ວນອັກສອນລາວເດີມ ໃຫ້ຮຽກ ວ່າອັກສອນອານາຈັກ ເຊິ່ງຮຽກວ່າອັກສອນລາວ.

ກ. ລັກສະນະອັກສອນລາວເດີມ.
໑. ເປັນຕົວມົນ ແລະ ມີລັກສະນະແຕກຕ່າງກັນໄປຕາມທ້ອງຖີ່ນທີ່ໃຊ້ ແລະ ມີຮູບບໍ່ ເໝືອນກັນ ເພາະອິງຕາມລາຍມືຂອງແຕ່ລະຄົນ ແລະ ຢຶດຖືຈົນກາຍເປັນເອກລັກ ຈຶ່ງເຫັນອັກ ສອນລາວເດີມມີຫຼາຍແບບ.
໒. ມີອັກສອນເຟື້ອງບາງຕົວ.
໓. ຜສົມໄດ້ທັງ ໔ ດ້ານ.
໔. ມີອັກສອນຜສົມ.
໕. ມີສຽງວັນນະຍຸດ ຄົບທຸກໜ່ວຍສຽງ.

ສຣຸບ,
ພາສາລາວ ທີ່ເປັນວັຈຈະນະພາສາ ເປັນພາສາລາວເດີມ ເກີດຈາກຊົນຊາວລາວຕັ້ງ ແຕ່ບູຮານ, ເປັນຄຳໂດດ ແລະ ຄຳຜສົມ, ພາສາລາວປັດຈຸບັນສ່ວນຫຼາຍ ມີອິດທິພົລມາຈາກພາສາປາລີສ່ວນຫຼາຍ ແລະ ພາສາສັນສະກິດສ່ວນນ້ອຍ ແລະ ພາສາອື່ນຜສົມຢູ່, ຄຳໃດທີ່ເປັນ ຄຳມາຈາກພາສາປາລີນັ້ນ ແມ່ນຕ້ອງຖືກປ່ຽນມາເປັນພາສາລາວໂດຍວິທີທາງໄວຍາກອນ.
ສ່ວນອັກຂະຣະພາສາ ສ່ວນໃຫຍ່ເປັນພາສາທີ່ຕິດພັນກັບຄົນ ແລະ ຄົນລາວເປັນຜູ້ສ້າງ ຂຶ້ນ ເຊິ່ງມີຫຼັກຖານມາຈາກຊົນເຜົ່າໄຕທັງຫຼາຍທີ່ໃຊ້ອັກສອນແບບດຽວກັບລາວ.
ອັກສອນປາລີ ແລະ ອັກສອນສັນສະກິດ ບໍ່ໄດ້ເຂົ້າມາມີບົດບາດ ແລະ ປັບປ່ຽນອັກສອນ ລາວເລີຍ, ເພາະຄັມພີທາງສາສນານັ້ນ ບໍ່ໄດ້ພົບຫຼັກຖານວ່າ ມີການເອົາຄັມພີສາສນາມາຍັງ ສຸວັນນະພູມ ແຕ່ມີຫຼັກຖານເຂົ້າມາຂອງພຣະສົງ, ການເຂົ້າມາຂອງພຣະສົງໃນສະໄໝນັ້ນ ກໍແມ່ນຍຸກຂອງການໃຊ້ມຸຂະປະຖະ(ຄືພຣະສົງຈົດຈຳເອົາພາປາລີມາເຜີຍແຜ່) ການຕໍ່ມາເພື່ອບັນທຶກພຣະໄຕປິດົກໄວ້ພຣະສົງລາວ ກໍຄືພຣະສົງຊາວຕ່າງອານາຈັກ ກໍເອົາອັກສອນທ້ອງຖິ່ນບັນທຶກພາສາປາລີ ເຊິ່ງເປັນພຸດທະວະຈະນະ ກໍຖືເອົາອັກສອນລາວ ແລະ ອັກສອນທັມບັນທຶກ ສະນັ້ນເຮົາຈຶ່ງເຫັນອັກສອນລາວ ແລະ ອັກສອນທັມບັນທຶກຄຳປາລີຫຼວງຫຼາຍ.
ຕົວຢ່າງ
ທີ່ອານາຈັກສຍາມ ເນື່ອງຈາກສຍາມເປັນກຸມຊົນດຽວກັບມອນ ແລະ ຂອມ ແລະ ຖືກປົກ ຄອງໂດຍຂອມ ສະນັ້ນພຣະໄຕຣປິດົກສຍາມ ຈຶ່ງໃຊ້ອັກສອນຂອມບັນທຶກ ທັງເປັນອັກສອນຂອງອານາຈັກດ້ວຍ ມາຈົນເຖິງສມັຍຕົ້ນຣາຊະການທີ ໑ ແຫ່ງຣັຕນະໂກສົນ ຈຶ່ງປະຍຸກ ອັກສອນ ສຍາມ(ໄທຍ໌) ເປັນອັກສອນຂອງຊາດເທົ່າບັດນີ້.
ທີ່ລ້ານນາ ໃຊ້ອັກສອນຍວນບັນທຶກພຣະໄຕປິດົກ ທັງເປັນອັກສອນຊາດດ້ວຍ, ຈົນລ້ານ ນາກາຍເປັນຫົວເມືອງຊ່ວຍຂອງສຍາມ(ພ້ອມກັບລາວ) ຈົນມາຮອດສມັຍຣາຊກາຣທີ ໕ ຂຍາຍໂຮງຮຽນປະຊາບານຮອດຫົວເມືອງຮອບນອກ ຈຶ່ງເຮັດໃຫ້ຊາວລ້ານນາຣຸ້ນໃໝ່ຮຽນອັກສອນໄທຍ໌ສຍາມ.
ທີ່ອານາຈັກລ້ານຊ້າງໃຊ້ອັກາສອນລາວ ແລະ ອັກສອນທັມ ມີອະນາເຂດກວ້າງຂວາງ ຈົນຮອດລົບບູຣີ ສຸໂຂໄທ ແລະ ຈຳປາສັກ.
ເຖິງວ່າອຳນາດທາງການເມືອງ ແລະ ການປົກຄອງຂອງລ້ານຊ້າງຍັງບໍ່ປາກົດຫຼັກຖານ ວ່າມີອິດທພົນຮອດລົບບູຣີ ແລະ ສຸໂຂໄທກໍຕາມ ແຕ່ສຸໂຂໄທ ແລະ ລົບບູຣີ ກໍໄດ້ຮັບອິດທິພົນທາງ ພາສາ ແລະ ອັກສອນຕະກູລໄທລາວ, ຈົນເຖິງສມັຍທີ່ອາຍຸທະຍາ ໄດ້ແຜ່ອິດທິພົນມາເຖິງສຸໂຂ ໄທ ແລະ ອາຍຸທະຍາແລ້ວ, ພາສາ ແລະ ອັກສອນລາວກໍໄດ້ກາຍເປັນອັກສອນ ແລະ ພາສາຂອງ ຊົນເຫຼົ່ານີ້ ທາງດ້ານອັກສອນ ແລະ ພາສາລາວກໍໄດ້ ເຂົ້າສູ່ຫົວເມືອງສຍາມຈົນເຖິງຣັຊການ ທີ ໑ ແຫ່ງຣັຕນະໂກສິນ.
ທີ່ອານາຈັກຊຽງຮຸ່ງ ແລະ ຊຽງຕຸງໃຊ້ອັກສອນໄທລື້ ກໍໃຫຊ້ອັກສອນລາວບູຮານ ແຕ່ ເນື່ອງຈາກຊົນໄທລາວເຫຼົ່ານີ້ ໄດ້ຕົກຢູ່ພາຍໃຕ້ອິດທິພົນພະມ້າ ອັກສອນກໍໄດ້ເບນບຽງ ໄປ ທາງພະມ້າ ແຕ່ທັງນີ້ທັງນັ້ນການຕໍ່ມາພາບຫຼັງ ທາງອຳນາຈການປົກຄອງຂອງຊົນຊາດ ເຫຼົ່່າ ກໍໄດ້ຢຶດເອົາໜັງສືແບບໃດແບບໜຶ່ງໃນຈຳນວນຫຼາຍຮູບ ມາເປັນແມ່ແບບໃນການປະດິດອັກ ສອນຊາດຕົນ ຢ່າງມີເອກລັກ ໃນທີ່ສຸດອັກສອນໄທລາວ ຈຶ່ງມີລັກສະນະແຕກຕ່າງກັນ ດັ່ງ ທີ່ປາກົກໃນປັດຈຸບັນ ດັ່ງນີ້ເປັນຕົ້ນ.

ໜັງສືອ້າງອິງ:
- ພາສາຕະກູນໄທ ເຣື່ອງເດດ ບັນເຂື່ອນຂິດ.
- ປະຫວັດອັກສອນລາວ ສີລາ ວິຣະວົງ
- ພຣະສັງຄພຣາຣາຊລາວ ສະບັບອັກສອນໄທ
- ປະຫວັດອັກສອນລາວ ສີລາວິຣະວົງ
- ໜັງສືພຣົມມະຊາດລາວ ສະບັບລາຍມືຂຽນແບບຕົວເຟື້ອງ ໄດ້ຈາກຫຼວງພຣະບາງ.
- ສົມທຽບ ອັກສອນທັມ ແລະ ອັກສອນລາວໃນໃບລານ ທີ່ພົບໃນທີ່ຕ່າງ ທັງລາວ ແລະ ໄທຍ໌
- ສີລາຈາຣືກ ທີ່ພົບໃນວັດວິຊຸນ ປັດຈຸບັນຍ້າຍໄປໄວ້ທີ່ພຣະຣາຊະວັງ.
- ສີລາຈຣືກ ທີ່ພົບໃນວັດແສນ ແລະ ວັດພຣະຫົດເມືອງຊະນະຄາມ.
- ສີລາຈາຣືກ ພຣະທາດຫຼວງ ແລະ ຫໍພຣະແກ້ວ.
- ພຸດທະສາສນາ ຂອງທ່ານຟີໂນຕ ພຸດທະບັນດິດສະພາຈັນທະບູຣີພິມ ໃຊ້ອັກສອນລາວເດີມພິມ(໑໙໓໒)
- ວິທະຍາສານ ມໍຣະລະດົກລ້ານຊ້າງ ປີທີ ໑ ສະບັບທີ ໑ ມັງກອນ -ມິຖຸນາ ໑໙໘໖, ໜ້າທີ ໘໕ ສີສະເຫວີຍສຸວັນນີ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ "ບັນກາພາສາລາວ".
- ວິທະຍາສານ ມໍຣະລະດົກລ້ານຊ້າງ ປີທີ ໑ ສະບັບທີ ໑ ມັງກອນ -ມິຖຸນາ ໑໙໘໖, ໜ້າທີ ໖໓ "ພົບສີລາຈາຣືກຫຼັກໜຶ່ງ ເປັນອັກສອນລາວເດີມ ອາຍຸ ໘໐໐-໑໐໐໐ ປີ"- ວິທະຍາສານ ມໍຣະລະດົກລ້ານຊ້າງ ປີທີ ໑ ສະບັບທີ ໑ ມັງກອນ -ມິຖຸນາ ໑໙໘໖, ໜ້າທີ "ວັນນະກັມທ້າວຮຸ່ງທ້າວເຈືອງ" ຫູມພັນ ຣັດຕະນະວົງ.
-
ວິທະຍາສານ ມໍຣະລະດົກລ້ານຊ້າງ ປີທີ ໑ ສະບັບທີ ໑ ມັງກອນ -ມິຖຸນາ ໑໙໘໖, ໜ້າທີ ໑໕໓ "ບົດລາຍງານ ວ່າດ້ວຍນະໂຍບາຍພາສາລາວ" ຫຸມພັນ ຣັດຕະນະວົງ.
- ວິທະຍາສານ ມໍຣະລະດົກລ້ານຊ້າງ ປີທີ ໑ ສະບັບທີ ໑ ມັງກອນ -ມິຖຸນາ ໑໙໘໖, ໜ້າທີ
- ຄາຖາທັມມະບົດ (ຈັດພິມໂດຍ ເຍົາວະພຸດທະກະສະມາຄົມ ແຫ່ງພຣະຣາຊະອານາຈັລາວ" ພ.ສ ໒໕໑໕.


ຄົ້ນຄວ້າໂດຍ : ພອ.ເນືອງພິລັກ ໂຊຕິທອນ
ຫົວໜ້າຫ້ອງການວິທະຍາໄລສົງ

ไม่มีความคิดเห็น: