9 ທ່ານໄດ້ໃຫ້ຄະແນນ: 4.00
ມີເຣື່ອງຕະຫຼົກພົກໃສ່ຖົງມາຕ້ອນ (ເອົາໄປຢອກຜູ້ສາວ) ຜຂ ບໍ່ມີໂອກາດ ເອົາໄປລອງເບິ່ງດຸ໊ ໄດ້ຜົນຈັ່ງໃດບອກແນ່
ເຣິ່ມເລີຍ !
(໑)
ຊ: ເອ່….! ເຈີ້ນ້ອງແລ້ວ ຢ່າຍິ້ມແບບນີ້ຕິ, ຈັກໜ່ອຍພາໄປ “ຮົບ” ດອກ.
ຍ: ພາໄປ “ຮົບ” ແບບໃດລະ.
ຊ: ຮົບແຮກພັກ ນັ້ນຕິລະ ຮືໆໆ.
ຍ: ບ້າ(ຄິດໃນໃຈ…..ອ້າຍຜີບ້າ).
(໒)
ຊ. ຖ້າຄິດເຖິງນ້ອງແລ້ວນາທີລະ ໓໐໐ ກີບ ເຮົາຄົງເປັນເສດຖີໜໍ
ຍ. ມັນຊິເປັນຖີໄດ້ຈັ່ງໃດນາທີລະ ໓໐໐ ກີບ.
ຊ. ເບິ່ງບໍຣິສັດລາວທຸຣະຄົມຕີລະ ມີແຕ່ຜູ້ຣວຍ.
(໓)
ຊ: ໝົດຊີວິດອ້າຍຂໍມອບໃຫ້ນ້ອງໝົດທຸກຢ່າງ ເພາະຕົວຂອງນ້ອງມັນໄດ້ມານັ່ງໃນຫົວໃຈອ້າຍໝົດແລ້ວ.
ຍ: ແລ້ວຫົວໃຈອ້າຍເຮັດດ້ວຍຊີມັງບໍ ຫຼືວ່າເຮັດດ້ວຍໄມ້ ນ້ອງມັກເຮືອນໄມ້ດູ່ໄດ໊.
(໔)
ຊ: ນ້ອງຮູ້ບໍວ່າຕຳຫຼວດຕາມຫານ້ອນຕັ້ງແຕ່ເຊົ້າພຸ້ນ.
ຍ: ຮູ້ບໍວ່າເຂົາຕາມຫານ້ອງເຮັດຫຍັງ ?
ຊ: ອ້າຍຮູ້ວ່າຂໍ້ຫາລັກຂະໂມຍ.
ຍ: ລັກຂະໂມຍອັນໃດຂອງໃຜ.
ຊ: ອ້າຍໄປແຈ້ງຄວາມໄວ້ວ່າ “ນ້ອງລັກຫົວໃຈຂອງອ້າຍໄປໝົດທັງ ໔ ຫ້ອງເລີຍ”
(໕)
ແກ້ວ: “ອໍ” ຂໍເບິ່ງບັດປະຊາຊົນຈັກໜ່ອຍຕິ
ອໍຣະດີ: ຈຳເບິ່ງເຮັດຫຍັງ ?
ແກ້ວ: ຈະເບິ່ງວ່າ ເປັນນາງອໍຣະດີ ຫຼືວ່ານາງຟ້າມາຈາກສະຫວັນ.
ອໍ: ອົ້ວະ………….
ແກ້ວ: ເປັນຫຍັງຈຶ່ງອົ້ວະລະ.
ອໍ: ຂີ້ດຽດ.
(໖)
ຊ: ຢູ່ໃກເຈົ້າແລ້ວ ເງີຍຄໍບໍ່ຂຶ້ນເລີຍ.
ຍ: ເປັນຫຍັງລະ
ຊ: ກໍຫຼົງຮັກເຈົ້າຈົນໂງກໍບໍ່ຂຶ້ນແລ້ວນີ້…………ໜັກໃ
(໗).
ຍ: ນິໄສໃຊ້ບໍ່ໄດ້ເລີຍ
ຊ: ຈັກໜ່ອຍກໍເຈີະດອກ
ຍ: ເຈິະຫຍັງ ?
ຊ: ເຈິະ…………..ຈຸ໊ບ ຈູບ
(໘)
ຊ: ວັນນີ້ຈັງແມ່ນທ້ອງຟ້າແຄບແທ້ເນາະ
ຍ: ເປັນຫຍັງລະ
ຊ: ກໍຂຽນຄຳວ່າຮັກເຈົ້າ ຍັງບໍ່ພໍເລີຍ.
(໙)
ຊ: ພາສາອັງກິດນີ້ ບໍ່ດີຄືພາສາລາວ.
ຍ: ບໍ່ດີຈັ່ງໃດລະ.
ຊ: ກໍມັນໃຫ້ໄອ(I)ກັບຢູ(U)ຫ່າງໄກກັນ (ຂ້ອຍຮັກເຈົ້າ)-(I LOVE YOU)
ຍ: ບ້າ
(໑໐)
ສອນ: ເຫັນຟ້າແລ້ວຈັ່ງແມ່ນຢາກ
ຟ້າ: ຢາກຫຍັງບອກມາດຽວນີ້(ເວົ້າເພີະ)
ສອນ: ຢາກບອກວ່າ “ຟ້າງາມເໝືອນນາງຟ້າແທ້ໆ
ຟ້າ: ບ້າ(………………………….)
ຜູ້ຂຽນ: ha
ເມື່ອວັນທີ່: 27/2/08 21:19
ຈາກ: ວຽງຈັນ
ອາຊີບ: ຫວ່າງງານກໍໄດ້
ງານອະດີເລກ: ຂຽນກອນ ອ່ານໜັງສື ທ່ອງທ່ຽວຫາຄົນເຊື້ອຊາດລາວ


![]() | ເຖິງ: ha 55555555 khuk lai ar jan |
![]() | [ຄວາມເຫັນ] [ແຈ້ງລຶບ] [ແຈ້ງຫ້າມບຸກຄົນນີ້] |
![]() | ເຖິງ: ha 5555555 ຄັກ ໆ .,,ມີແຕ່ແນວເປັນຕາເອົາໄປໃຊ້ ຂ້ານ້ອຍຈະເອົາໄປໃຊ້ເບິ່ງເດີ. ![]() ຖືເປັນຄາຖາຈີບສາວເລີຍ ![]() ![]() ![]() |
![]() | [ຄວາມເຫັນ] [ແຈ້ງລຶບ] [ແຈ້ງຫ້າມບຸກຄົນນີ້] |




![]() ![]() | ເຖິງ: ຫຳນ້ອຍ ນີ້ແລ້ວເພິ່ນວ່າ ນັກການທູດລີ້ນກ່ານ ຕົກນ້ຳບໍ່ໄຫລຕົກໄຟບໍ່ໄຫມ້ ຖ້າປະຕິບັດໄດ້ ລັບລອງໄດ້ເມັຍເປັນຮ້ອຍ ! |
![]() ![]() | [ຄວາມເຫັນ] [ແຈ້ງລຶບ] [ແຈ້ງຫ້າມບຸກຄົນນີ້] |



![]() | ເຖິງ: ha ສະບາຍດີ ແຮ່ໆໆໆ ທັງຕະຫລົກ ທັງຄັກ ເລີຍລະ ອິອິອິ ໂອ້ຍນໍ່ລະຊິມີໃຜມາເວົ້າກັບເຮົາແບບນີ້ບໍ່ແດ່ ອິອິອິ ມັກຄຳທີ່ວ່າ ຟ້າຄືມາແຄບແທ້ເດ້ ຂຽນຄຳວ່າຮັກເຈົ້າກະຍັງບໍ່ພໍເລີຍ ຢາກໃຫ້ມີຄົນມາຂຽນບອກວ່າຮັກເຮົາກໍ໋ຄົງຈະດີ ອິອິອິ ນັບຖື ຮັກນ້ອງບໍ່ອພງດອກ55555555555 |
![]() | [ຄວາມເຫັນ] [ແຈ້ງລຶບ] [ແຈ້ງຫ້າມບຸກຄົນນີ້] |



![]() | ເຖິງ: ha ເຮັດແນວໃດ ຈະບໍ່ໃຫ້ I ກັບ U ຢູ່ຫ່າງກັນ ມັກນິທານເຈົ້າໝົດທຸກເລື່ອງເລີຍ, ຂອບໃຈທີ່ເຮັດໃຫ້ຫາຍເຫງົາໄດ້ ເຜິ້ງນ້ອຍ |
![]() | [ຄວາມເຫັນ] [ແຈ້ງລຶບ] [ແຈ້ງຫ້າມບຸກຄົນນີ້] |




![]() ![]() | ເຖິງ: ເຜິ້ງທອງ ດີຫຼາຍເຮັດໃຫ້ຫາຍເຫງົາໄດ້ນັບວ່າໄດ້ບຸນຍິ່ງ. |
ไม่มีความคิดเห็น:
แสดงความคิดเห็น