ຄິດຮອດຈຳປາແດງ | |
|
ກະວີກອນກາບນີ້..........................ຂຽນສົ່ງເຖິງຈຳປາແດງ ຜູ້ຈາກໄປນານເຫິງ.......................ຫ່າງໄກໄລຈ້ອຍ ຫ້ອງກະວີກໍຫງອຍເສົ້າ.................ເຫງົາລົງຈົນເກືອບງຽບ ເຖິງຊິມີຜູ້ເຂົ້າ..............................ມາຂຽນເພີ່ມກໍບໍ່ຄື
ຈຳປາແດງເຫີນຫ່າງຕົ້ນ................ໃບຫຼົ່ນໃນຍາມໜາວ ລໍເຖິງຄາວຍາມຝົນ......................ດອກຈຶ່ງບານຊັ້ນບໍເຈົ້າ ປະໃຫ້ອິນລາວເສົ້າ......................ກອນເຫງົາເກືອບຍົກເລີກ ໂຕນ້ອຍ, ຫຳນ້ອຍເສົ້າ................ບັກຄວາຍພ້ອມກໍເຫງົາ
ພ້ອມທັງສາວຜູ້ບໍ່ເຖົ້າ..................ຫ້າສິບປີເປັນສາວຢູ່ ຫານຸມາານໝູ່ເຈົ້າ......................ຍັງຄອງຖ້າຢູ່ອິນລາວ ຢາກຕໍ່ກອນກະວີຫວານ...............ແບບຜຍາສຳນວນນັ້ນ ສາຣະວັນຄອນສະຫວັນພ້ອມ.........ຕັງຫວາຍຄຳກໍຍິນມ່ວນ ຫາກວ່າຍິນຜູ້ຂ້າຂຽນນີ້ຈົ່ງຕອບມາ ແນ່ເດີ (ຈຳປາແດງໄປໃສແລ້ວ) |
| ຜູ້ຂຽນ: ha  ເມື່ອວັນທີ່: 7/3/08 20:43 ຈາກ: ວຽງຈັນ ອາຊີບ: ຫວ່າງງານກໍໄດ້ ງານອະດີເລກ: ຂຽນກອນ ອ່ານໜັງສື ທ່ອງທ່ຽວຫາຄົນເຊື້ອຊາດລາວ
|
| [ຄວາມເຫັນ] [ແຈ້ງລຶບ] [ແຈ້ງຫ້າມບຸກຄົນນີ້] |
|
|
|
|
[Top] | ທ່ານໃຫ້ຄະແນນ 5 ສຳລັບບົດເລື່ອງນີ້ | | |
|
 | ເຖິງ: ha
ຈຳປາແດງຈາກຕົ້ນ……..ສຽງຄົນຊ່າອຶກກະທຶກ ເຈົ້າຊ່າງໄລລືມກົກ…………ກິ່ງເດີມດາເຄົ້າ ພວກຜູ້ສາວຫຼືຄົນເຖົ້າ……ສອງສາມຊາວກໍນັ່ງເຈົ່າ ເຫັນແຕ່ເຫງົ້າເກ່ເດ່ຮ້າງ………ເກສອນອ້າຢູ່ຖິ່ນໃດ ?
ເຈົ້າຜູ້ດວງດອກໄມ້…………ເຄີຍບານຢູ່ກາງໃຈ…..ຄົນລາວເຮົາ ເກີດຢູ່ໃນວັງຫຼວງ...............ທ່າມກາງປະຊາເຊື້ອ ສັງມາເຫຼືອແຕ່ພຽງຊິ້ນ...........ໄດ້ຍິນພຽງຕັ້ງແຕ່ຊື່ ຈຳປາແດງດວງລື............ຄືມາປະປ່ອຍຕົ້ນ......ໃຫ້ຄົນໄຫ້ຈົ່ມຫາ
ຫຼືຢາກເປັນດອກຟ້າ............ມາລາມິ່ງເມືອງແມນ...ຊັ້ນບໍ? ຈຶ່ງແລ່ນຫນີປະກົກ............ປ່ອຍຮຽວຮາມເສົ້າ ເຫຼືອແຕ່ເງົາງາມໄວ້..........ໃບຂຽວກໍລ້ວງຫຼົ່ນ ກີບສີແດງຂຸຈາກຕົ້ນ..........ຍັງຫອມກຸ້ມທົ່ວນະຄອນ
ຍິນແຕ່ສຽງອອດອ້ອນ..........ອາວອນສົ່ງກະວີຫາ ດອກຈຳປາທີ່ເຄີຍຄຽງ...........ຄູ່ນະຄອນພັດລາຕົ້ນ ນ້ອງນີ້ບຸນຜລານ້ອຍ..............ເປັນຄົນພອຍເກີດຢູ່ປ່າ ເປັນດອກໄມ້ທີ່ໄຮ້ຄ່າ........ບາກຫນ້າມາສູ່ບ້ານ.....ບານໄດ້ກໍບໍ່ຫອມ...ອ້າຍເອີຍ
ດອກຂະຍອມຂາດຊູ້...........ຢູ່ກາງປ່າໄພຫນາ ມາເຫັນດວງຈຳປາ...........ທີ່ຊ່າລືໄກກໍ້າ ຄ້ອຍຄໍ່າແລງລົງຄ້ອຍ.......ລອຍຕາມລົມໄກວແກວ່ງ ຫອມກິ່ນຈຳປາແດງ......ກີບແຫ້ງຂຸກະແດ້ງ......ຍັງຫອມເລື້ອຍບໍ່ປ່ຽນແປງ....ນໍອ້າຍນໍ
|  | [ຄວາມເຫັນ] [ແຈ້ງລຶບ] [ແຈ້ງຫ້າມບຸກຄົນນີ້] |
|
 | ເຖິງ: ha
ກະວີກອນກາບນີ້..........................ຂຽນສົ່ງເຖິງຈຳປາແດງ ຜູ້ຈາກໄປນານເຫິງ.......................ຫ່າງໄກໄລຈ້ອຍ ຫ້ອງກະວີກໍຫງອຍເສົ້າ.................ເຫງົາລົງຈົນເກືອບງຽບ ເຖິງຊິມີຜູ້ເຂົ້າ..............................ມາຂຽນເພີ່ມກໍບໍ່ຄື
ຈຳປາແດງເຫີນຫ່າງຕົ້ນ................ໃບຫຼົ່ນໃນຍາມໜາວ ລໍເຖິງຂາວຍາມຝົນ......................ດອກຈຶ່ງບານຊັ້ນບໍເຈົ້າ ປະໃຫ້ອິນລາວເສົ້າ......................ກອນເຫງົາເກືອບຍົກເລິກ ໂຕນ້ອຍ, ຫຳນ້ອຍເສົ້າ.............ບັກຄວາຍພ້ອມກໍເຫງົາ
ພ້ອມທັງສາວຜູ້ບໍ່ເຖົ້າ..................ຫ້າສິບປີເປັນສາວຢູ່ ຫານຸມາານໝູ່ເຈົ້າ......................ຍັງຄອງຢູ່ອິນລາວ ຢາກຕໍ່ກອນກະວີຫວານ...............ແບບຜຍາສຳນວນນັ້ນ ສາຣະວັນສະຫວັນພ້ອມ..............ຕັງຫວາຍຄຳກໍຍິນມ່ວນ ຫາກວ່າຍິນຜູ້ຂ້າຂຽນນີ້ຈົ່ງຕອບມາ ແນ່ເດີ
(ຈຳປາແດງໄປໃສແລ້ວ)
|  | [ຄວາມເຫັນ] [ແຈ້ງລຶບ] [ແຈ້ງຫ້າມບຸກຄົນນີ້] |
|
  | ເຖິງ: tonoy ຕົວນ້ອຍກໍຄິດຮອດ...................ເຖິງທ່ານຈຳປາແດງ ທັງເຊົ້າແລງເວັນສວຍ................ເປີດອິນລາວຄອງຈ້ອຍ ຈັງແມ່ນຫງອຍເຫງົ້າຫງອນເສົ້່າ...ລູກຊາວດອນກໍອຸກອັ່ງ ຄິດທາງຫຼັງກ່ອນເກົ່ານັ້ນ.............ຈຳປາແດງເຈົ້າກ່າວກອນ
ຄິດເດ..ຄິດເມື່ອຄາວກ່ອນນັ້ນ......ກະສັນຮ່ວມສຸກສົມ ໂຕ້ຄາຣົມກັນທາງກອນ..............ມ່ວນມະໂນໃນແມ້ງ ຈຳປາແດງທັງຫຳນ້ອຍ...............ບັກຄວາຍຄຳແລງລິງໃຫຍ່ ສຸກຫົວໃຈບາດຖ້າ.....................ປະຊັນເຣື່ອງກາບຜຍາ
ຂໍໃຫ້ຈຳປາຈົ່ງກ້າ......................ເຂົ້າມາວ່າກອນສານ ຂຽນຕານານກອນຮັກ.................ໃຫ້ອິນລາວຈະເຣີນກ້າວ ພວກໝູຊາວລາວລ້ວນ...............ໄດ້ຊິມກອນຣົດຊາດມ່ວນ ຂໍໃຫ້ຫວນຕ່າວໂຄ້ງ...................ຄືນເຂົ້າສູ່ຮັງທ່ານເອີຍ
|   | [ຄວາມເຫັນ] [ແຈ້ງລຶບ] [ແຈ້ງຫ້າມບຸກຄົນນີ້] |
|
 | ເຖິງ: ha ນະມັດສະການພຣະອາຈານ ແມ່ນແລ່ວນໍ້ອາຈານນັບຕັ້ງແຕ່ບໍ່ມີອີ່ລຸງຈຳປາແດງຣູ້ສືກວ່າອິນລາວງຽບຫລາຍຯ ທັງເຫງົາທັງເສົ້າ ເຄີຍຢອກໃຍມ່ວນຫົວຄືແຕ່ກ່ອນ ມີຜະຫຍາມ່ວນຯມາເລົ່າສູ່ຟັງຄືແຕ່ກ່ອນກໍບໍ່ມີອີກແລ້ວ ແປກນໍ້ອາຈານມີກອນຫລາຍເລືຶ່ງຂຽນເຂົ້າແຕ່ກະບໍ່ເຮັດໃຫ້ຄວາມຮູ້ສືກອົບຶຸ່ນຄືເກົ່າກັບມາເລີຍ ໂເຍແນວໃດກໍຂໍສົ່ງສຽງຊ່ວຍພຣະອາຈານຫວັງວ່າລຸງຈຳປາແດງເພີ້ນຊິໄດ້ຍິນແລ້ວກໍກັບມາສ້າງສີສັນໃຫ້ແດນດະວີນີ້ ມ່ວນຊື່ນຄືເກົ່າ (ກັບມາທ້ອນອີ່ລຸງ) ນັບຖື
|  | [ຄວາມເຫັນ] [ແຈ້ງລຶບ] [ແຈ້ງຫ້າມບຸກຄົນນີ້] |
|
  | ເຖິງ: [sky]nana ສະກາຍນານາກໍມາເວົ້າ............ທັງຈົ່ມວ່າຫງອຍເຫງົາ ບໍ່ມີອີ່ລູງຈຳປາແດງ..................ຫງວມເຫງົາທັງເສົ້າ ເຄີຍວາຈາຕະຫຼົກເວົ້າ...............ທັງສອນແກມຫຍອກ ບໍ່ມີຈຳປາແດງແລ້ວເສົ້າ............ເຫງົາງ້ວງແບບຈັ່ງໃດ
ມີກອນໃໝ່ມາເລື້ອຍ.................ບໍ່ເໝືອນເກົ່າຄາວຫຼັງ ນີ້ຄືມົນຂັງຂອງຄວາມຮັກ...........ບວກກັບສາຍສຳພັນແທ້ ເຖິງກອນມ່ວນມີຫຼາຍລົ້ນ...........ບໍ່ຄືຄົນທີ່ໄກຈາກ ສຸກຢູ່ບ້ານເພີ່ນພູ້ນ....................ບໍ່ເໝືອນແທ້ດັ່ງບ້ານເຮົາ ນານາເອີຍ |
|
ไม่มีความคิดเห็น:
แสดงความคิดเห็น