วันศุกร์ที่ 25 เมษายน พ.ศ. 2551

ຈະເປັນພຣະຫຼືເປັນແພະ

ເປັນພຣະຄັນວ່າໃຈບໍ່ທ່ຽງໝັ້ນ........................ຈັກເປັນແພະໃນທັນທີ
ຄັນເປັນພຣະບໍ່ຈັກແກະ....................................ກິເລສເຜົາສຸມຖິ້ມ
ໃຈບໍ່ຄົງສະຖຽນໝັ້ນ........................................ສະເໝີເສົາສຸເມຣາຊ
ກໍຈັກກາຍເປັນກ້ອນເສົ້າ...................................ໃຫ້ເຂົາຄ້າງໝໍ້ດັງໄຟ
- ຄັນເປັນພຣະປະເສີດລໍ້າ................................ມີມວນມາກອັກໂຂ
ພຣະເປັນພຣະຄົນເປັນພຣະ...............................ມາກມາຍຫຼາຍລົ້ນ
ກຸສົນທັມທາງທັມມີໄວ້.......................................ໃຫ້ຄົນເປັນພຣະທີ່ປະເສີດ
ອະກຸສົນບາບໃບ້.............................................ທຳໃຈເສົ້າຊົ່ວຊາມ
- ພຣະຄືພຣະມາກລົ້ນ......................................ເຫຼືອຫຼາກຄະນານັບ
ເຮັດດ້ວຍດິນເຜົາຊີມັງຫີນ...................................ກົ່ວຊືນທອງທອງຄຳໄມ້
ຄົນກໍສົນໃຈໄຫວ້.............................................ສັດທາຈິງທາງຊອບ
ເປັນພຣະຄົນເນົາອາວາດສ້າງ..............................ທຳໃຈແຈ້ງກໍມາກມາຍ
- ໃຜເປັນພຣະພຣະແມ່ນໃຜ................................ທ່ານອາດຮູ້ສອດສ່ອງສໍຣະຍານ
ໃຜມີທັມທັມຢູ່ກັບໃຜ...........................................ອວດກັນບໍ່ມີໄດ້
ປາກກັບໃຈກາຍນີ້.............................................ເໝືອນກັນບໍ່ແຕກຕ່າງ
ໃຜຜູ້ເຫັນຫ່ອມເລື້ອງ..........................................ຈະເຣີນຂຶ້ນບໍ່ເສື່ອມຖອຍ
- ຈິດໃຈຄົງທ່ຽງໝັ້ນ...........................................ຮຽກວ່າພຣະທາງວຸດທິ(ວຸດທິພາວະ)
ມີທັມທຽມຖະໜອມຮັກ...........................................ເປັນພຣະຈິງປັນຍາກວ້າງ
ມີພຣົມມະວະຫາຣະທັມພ້ອມ....................................ຄຸນະທັມສູງສົ່ງ
ອັນນີ້ເປັນພຣະແທ້................................................ພຸດໂທເຈົ້າຍົກສູງ
- ພຣະຕ້ອງເປັນຜູ້ເດີນອອກໜ້າ...............................ຊີ້ມັກ-ນຳທາງຜົລ
ຊີ້ເສັ້ນທາງແຖວສະຫວັນ........................................ໃຫ້ໝູ່ຄົນຫຼຸດພົ້ນ(ຫຼຸດຈາກຄວາມທຸກກາຍທຸກໃຈ ບໍ່ແມ່ນເພີ່ມ)
ໃຜຜູ້ນຳຄົນລ້ວນ.................................................ຫຼົງທາງບາບຈັກແກ່
ໝໍ້ນະຣົກເປີດປະຕູໄວ້...........................................ຄອງຕົ້ມພຣະບໍ່ຈິງ ທ່ານເອີຍ

ພຣະຕ້ອງເດີນທາງສາຍການ(ມັດຊິມະປະຕິປະທາ) ຄືຮູ້ຈັກສ້າງ, ຮູ້ຈັກສາ, ຮູ້ຈັກກ່າວ, ຮູ້ຈັກແກ້, ຮູ້ຈັກສູ້, ຮູ້ຈັກຖອຍ, ຮູ້ຮອບທິດ ຊີວິດພຣະສົມບູນ ຄົນດາຍກໍເປັນພຣະໄດ້.

ມີເຣື່ອງຕະຫຼົກພົກໃສ່ຖົງມາຕ້ອນ (ເອົາໄປຢອກຜູ້ສາວ)

ມີເຣື່ອງຕະຫຼົກພົກໃສ່ຖົງມາຕ້ອນ (ເອົາໄປຢອກຜູ້ສາວ)
9 ທ່ານໄດ້ໃຫ້ຄະແນນ: 4.00

ມີເຣື່ອງຕະຫຼົກພົກໃສ່ຖົງມາຕ້ອນ (ເອົາໄປຢອກຜູ້ສາວ) ຜຂ ບໍ່ມີໂອກາດ ເອົາໄປລອງເບິ່ງດຸ໊ ໄດ້ຜົນຈັ່ງໃດບອກແນ່
ເຣິ່ມເລີຍ !
(໑)
ຊ: ເອ່….! ເຈີ້ນ້ອງແລ້ວ ຢ່າຍິ້ມແບບນີ້ຕິ, ຈັກໜ່ອຍພາໄປ “ຮົບ” ດອກ.
ຍ: ພາໄປ “ຮົບ” ແບບໃດລະ.
ຊ: ຮົບແຮກພັກ ນັ້ນຕິລະ ຮືໆໆ.
ຍ: ບ້າ(ຄິດໃນໃຈ…..ອ້າຍຜີບ້າ).

(໒)
ຊ. ຖ້າຄິດເຖິງນ້ອງແລ້ວນາທີລະ ໓໐໐ ກີບ ເຮົາຄົງເປັນເສດຖີໜໍ
ຍ. ມັນຊິເປັນຖີໄດ້ຈັ່ງໃດນາທີລະ ໓໐໐ ກີບ.
ຊ. ເບິ່ງບໍຣິສັດລາວທຸຣະຄົມຕີລະ ມີແຕ່ຜູ້ຣວຍ.

(໓)
ຊ: ໝົດຊີວິດອ້າຍຂໍມອບໃຫ້ນ້ອງໝົດທຸກຢ່າງ ເພາະຕົວຂອງນ້ອງມັນໄດ້ມານັ່ງໃນຫົວໃຈອ້າຍໝົດແລ້ວ.
ຍ: ແລ້ວຫົວໃຈອ້າຍເຮັດດ້ວຍຊີມັງບໍ ຫຼືວ່າເຮັດດ້ວຍໄມ້ ນ້ອງມັກເຮືອນໄມ້ດູ່ໄດ໊.

(໔)
ຊ: ນ້ອງຮູ້ບໍວ່າຕຳຫຼວດຕາມຫານ້ອນຕັ້ງແຕ່ເຊົ້າພຸ້ນ.
ຍ: ຮູ້ບໍວ່າເຂົາຕາມຫານ້ອງເຮັດຫຍັງ ?
ຊ: ອ້າຍຮູ້ວ່າຂໍ້ຫາລັກຂະໂມຍ.
ຍ: ລັກຂະໂມຍອັນໃດຂອງໃຜ.
ຊ: ອ້າຍໄປແຈ້ງຄວາມໄວ້ວ່າ “ນ້ອງລັກຫົວໃຈຂອງອ້າຍໄປໝົດທັງ ໔ ຫ້ອງເລີຍ”

(໕)
ແກ້ວ: “ອໍ” ຂໍເບິ່ງບັດປະຊາຊົນຈັກໜ່ອຍຕິ
ອໍຣະດີ: ຈຳເບິ່ງເຮັດຫຍັງ ?
ແກ້ວ: ຈະເບິ່ງວ່າ ເປັນນາງອໍຣະດີ ຫຼືວ່ານາງຟ້າມາຈາກສະຫວັນ.
ອໍ: ອົ້ວະ………….
ແກ້ວ: ເປັນຫຍັງຈຶ່ງອົ້ວະລະ.
ອໍ: ຂີ້ດຽດ.

(໖)
ຊ: ຢູ່ໃກເຈົ້າແລ້ວ ເງີຍຄໍບໍ່ຂຶ້ນເລີຍ.
ຍ: ເປັນຫຍັງລະ
ຊ: ກໍຫຼົງຮັກເຈົ້າຈົນໂງກໍບໍ່ຂຶ້ນແລ້ວນີ້…………ໜັກໃ

(໗).
ຍ: ນິໄສໃຊ້ບໍ່ໄດ້ເລີຍ
ຊ: ຈັກໜ່ອຍກໍເຈີະດອກ
ຍ: ເຈິະຫຍັງ ?
ຊ: ເຈິະ…………..ຈຸ໊ບ ຈູບ

(໘)
ຊ: ວັນນີ້ຈັງແມ່ນທ້ອງຟ້າແຄບແທ້ເນາະ
ຍ: ເປັນຫຍັງລະ
ຊ: ກໍຂຽນຄຳວ່າຮັກເຈົ້າ ຍັງບໍ່ພໍເລີຍ.

(໙)
ຊ: ພາສາອັງກິດນີ້ ບໍ່ດີຄືພາສາລາວ.
ຍ: ບໍ່ດີຈັ່ງໃດລະ.
ຊ: ກໍມັນໃຫ້ໄອ(I)ກັບຢູ(U)ຫ່າງໄກກັນ (ຂ້ອຍຮັກເຈົ້າ)-(I LOVE YOU)
ຍ: ບ້າ

(໑໐)
ສອນ: ເຫັນຟ້າແລ້ວຈັ່ງແມ່ນຢາກ
ຟ້າ: ຢາກຫຍັງບອກມາດຽວນີ້(ເວົ້າເພີະ)
ສອນ: ຢາກບອກວ່າ “ຟ້າງາມເໝືອນນາງຟ້າແທ້ໆ
ຟ້າ: ບ້າ(………………………….)

ຜູ້ຂຽນ: ha
ເມື່ອວັນທີ່: 27/2/08 21:19
ຈາກ: ວຽງຈັນ
ອາຊີບ: ຫວ່າງງານກໍໄດ້
ງານອະດີເລກ: ຂຽນກອນ ອ່ານໜັງສື ທ່ອງທ່ຽວຫາຄົນເຊື້ອຊາດລາວ

RE: ມີເຣື່ອງຕະຫຼົກພົກໃສ່ຖົງມາຕ້ອນ (ເອົາໄປຢອກຜູ້ສາວ) buk khouay [27/2/08 22:41]
RE: ມີເຣື່ອງຕະຫຼົກພົກໃສ່ຖົງມາຕ້ອນ (ເອົາໄປຢອກຜູ້ສາວ) ຫຳນ້ອຍ [27/2/08 23:08]
ເຖິງ: ha
5555555 ຄັກ ໆ .,,ມີແຕ່ແນວເປັນຕາເອົາໄປໃຊ້ ຂ້ານ້ອຍຈະເອົາໄປໃຊ້ເບິ່ງເດີ.
ຖືເປັນຄາຖາຈີບສາວເລີຍ

[ຄວາມເຫັນ] [ແຈ້ງລຶບ] [ແຈ້ງຫ້າມບຸກຄົນນີ້]

RE: ມີເຣື່ອງຕະຫຼົກພົກໃສ່ຖົງມາຕ້ອນ (ເອົາໄປຢອກຜູ້ສາວ) Hanuman [27/2/08 23:20]
ເຖິງ: ຫຳນ້ອຍ
ນີ້ແລ້ວເພິ່ນວ່າ ນັກການທູດລີ້ນກ່ານ ຕົກນ້ຳບໍ່ໄຫລຕົກໄຟບໍ່ໄຫມ້ ຖ້າປະຕິບັດໄດ້ ລັບລອງໄດ້ເມັຍເປັນຮ້ອຍ !
[ຄວາມເຫັນ] [ແຈ້ງລຶບ] [ແຈ້ງຫ້າມບຸກຄົນນີ້]

RE: ມີເຣື່ອງຕະຫຼົກພົກໃສ່ຖົງມາຕ້ອນ (ເອົາໄປຢອກຜູ້ສາວ) Ting20 [28/2/08 9:45]
ເຖິງ: ha

ສະບາຍດີ ແຮ່ໆໆໆ ທັງຕະຫລົກ ທັງຄັກ ເລີຍລະ ອິອິອິ ໂອ້ຍນໍ່ລະຊິມີໃຜມາເວົ້າກັບເຮົາແບບນີ້ບໍ່ແດ່ ອິອິອິ ມັກຄຳທີ່ວ່າ ຟ້າຄືມາແຄບແທ້ເດ້ ຂຽນຄຳວ່າຮັກເຈົ້າກະຍັງບໍ່ພໍເລີຍ ຢາກໃຫ້ມີຄົນມາຂຽນບອກວ່າຮັກເຮົາກໍ໋ຄົງຈະດີ ອິອິອິ
ນັບຖື ຮັກນ້ອງບໍ່ອພງດອກ55555555555
[ຄວາມເຫັນ] [ແຈ້ງລຶບ] [ແຈ້ງຫ້າມບຸກຄົນນີ້]

RE: ມີເຣື່ອງຕະຫຼົກພົກໃສ່ຖົງມາຕ້ອນ (ເອົາໄປຢອກຜູ້ສາວ) ເຜິ້ງທອງ [28/2/08 14:51]
ເຖິງ: ha
ເຮັດແນວໃດ ຈະບໍ່ໃຫ້ I ກັບ U ຢູ່ຫ່າງກັນ

ມັກນິທານເຈົ້າໝົດທຸກເລື່ອງເລີຍ,
ຂອບໃຈທີ່ເຮັດໃຫ້ຫາຍເຫງົາໄດ້
ເຜິ້ງນ້ອຍ
[ຄວາມເຫັນ] [ແຈ້ງລຶບ] [ແຈ້ງຫ້າມບຸກຄົນນີ້]

RE: ມີເຣື່ອງຕະຫຼົກພົກໃສ່ຖົງມາຕ້ອນ (ເອົາໄປຢອກຜູ້ສາວ) ha [28/2/08 14:57]
ເຖິງ: ເຜິ້ງທອງ
ດີຫຼາຍເຮັດໃຫ້ຫາຍເຫງົາໄດ້ນັບວ່າໄດ້ບຸນຍິ່ງ.

ບໍ່ໄດ໊

ບໍ່ໄດ໊
2 ທ່ານໄດ້ໃຫ້ຄະແນນ: 5.00

ນັກສຶກສາລາວໄປຮຽນທີ່ປະເທດຫວຽດນາມ ວັນນັ້ນຮຽນວິຊາປະຫວັດສາດ ພໍດີອາຈານປະຫວັດສາດຖາມນັກຮຽນ ວ່າ "ກະສັດອົງສຸດທ້າຍຂອງຫວຽດນາມຊື່ຫຍັງ ?" ນັກຮຽນທັງຫ້ອງຕ່າງກໍບໍ່ມີໃຜຮູ້ ອາຈານເລີຍຊີ້ມືໃສ່ນັກສຶກສາລາວຄົນໜຶ່ງທີ່ໄປຈາກລາວໃໝ່ໆ ພາສາຫວຽດກໍບໍ່ທັນຮູ້ ແຕ່ຈຳໃຈລຸກຂຶ້ນຕອບ ອອກເປັນສຽງທາງເໜືອວ່າ
- ນສສ.ລາວ = ບໍ່ໄດ໊
- ອຈ. = ໄດ້ຟັງແລ້ວກໍຕອບວ່າ ຖືກຕ້ອງ (ກະສັດອົງສຸດທ້າຍຂອງຫວຽດນາມຊື່ ເບົ໊າດ້າຍ" ເກ່ງຫຼາຍ.

ຜູ້ຂຽນ: ha
ເມື່ອວັນທີ່: 28/2/08 14:53
ຈາກ: ວຽງຈັນ
ອາຊີບ: ຫວ່າງງານກໍໄດ້
ງານອະດີເລກ: ຂຽນກອນ ອ່ານໜັງສື ທ່ອງທ່ຽວຫາຄົນເຊື້ອຊາດລາວ


[ຄວາມເຫັນ] [ແຈ້ງລຶບ] [ແຈ້ງຫ້າມບຸກຄົນນີ້]



[Top] ໃຫ້ຄະແນນ 5 ສຳລັບບົດເລື່ອງນີ້

RE: ບໍ່ໄດ໊ buk khouay [28/2/08 16:32]
ເຖິງ: ha
ແມ່ນແລ້ວດັ່ງທີ່ອາຈານໄດ້ເວົ້ານຳຄໍລັມ ພາສາ ນັ້ນລ^ະຄົນໄທດຳຈະອອກສຳນຽງບໍ່ວ່າເບົ່າໄດ້555555ນັບຖືຂ້ານອ້ຍ
[ຄວາມເຫັນ] [ແຈ້ງລຶບ] [ແຈ້ງຫ້າມບຸກຄົນນີ້]

RE: ບໍ່ໄດ໊ ha [28/2/08 16:46]
ເຖິງ: buk khouay
ຂັ້ນວ່າບໍ່ຮູ້ໄດເນາະ ບໍ່ວ່າ ບໍ່ໄດ້ ກະຍັງວ່າຖືກ ພາສາຊ່ວຍຄົນແທ້ໆເນາະ ແມ່ນບໍລະ (ເບົ໋າໄດ໊) ສຽງບໍ ເປັນ ເບົ໋າ, ສຽງໄດ້ ເປັນ ໄດ໊ ຄ້າຍໆໄປທາງ ໄຫຼ໊. ບໍ່ວ່າຈະເປັນໄທດຳ ຫຼືໄທແດງ ໄທ ຂາວ ໄທລື້ ອອກສຽງຄ້າຍໆກັນ 5555555555